ມະຫາວິທະຍາໄລວິທະຍາສາດຄຸນໝິງ ແລະ ບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນຮ່ວມມືບໍາລຸງສ້າງບຸກຄະລາກອນດ້ານພະລັງໄຟຟ້າສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, June 25, 2021
Size:

ເພື່ອເສີມສ້າງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ລົງເລິກການແລກປ່ຽນດ້ານວັດທະນະທໍາ, ຊຸກຍູ້ຄວາມເຂົ້າໃຈລະຫວ່າງປະຊາຊົນ, ເຊິ່ງນັບຕັ້ງແຕ່ປີ 2010 ເປັນຕົ້ນມາ, ບໍລິສັດຢູນນານສາກົນຕາໜ່າງໄຟຟ້າພາກໃຕ້ຈໍາກັດ ແລະ ມະຫາວິທະຍາໄລວິທະຍາສາດຄຸນໝິງ (Kunming University of Science and Technology) ໄດ້ເສີມຂະຫຍາຍທ່າແຮງດ້ານພະລັງງານສີຂຽວຂອງຢູນນານ, ທ່າແຮງດ້ານທຶນຮອນ ແລະ ເຕັກໂນໂລຢີຂອງວິສາຫະກິແລະ ທ່າແຮງດ້ານວິຊາການ ແລະ ວິຊາຂອງມະຫາວິທະຍາໄລຊັ້ນສູງ ຮ່ວມກັນສ້າງປະຊາຄົມການຮ່ວມມືດ້ານການສຶກສາກັບບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອຮ່ວມກັນບໍາລຸງສ້າງບຸກຄະລາກອນດ້ານພະລັງໄຟຟ້າສາກົນ LM. ມາຮອດປັດຈຸບັນ, ໄດ້ສ້າງບຸກຄະລາກອນດ້ານພະລັງໄຟຟ້າທີ່ມີວິໄສທັດສາກົນຫຼາຍກວ່າ 2000 ຄົນ.

 ອີງຕາມການແນະນໍາຂອງ ທ່ານ ຫຼຽວເຈີຈ່ຽນ (Liu Zhijian), ຫົວໜ້າ ສະຖາບັນວິສະວະກໍາພະລັງໄຟຟ້າ ມະຫາວິທະຍາໄລວິທະຍາສາດຄຸນໝິງວ່າ: ປັດຈຸບັນນີ້ ໂດຍຜ່ານການປະຕິຮູບລະບົບການກໍ່ສ້າງບຸກຄະລາກອນພະລັງໄຟຟ້າສາກົນ, ໂຮງຮຽນໄດ້ສ້າງຫຼັກສູດວິຊາການແບ່ງປັນຊັບພະຍາກອນທີ່ດີເດັ່ນລະດັບຊາດ, ຫຼັກສູດດີເດັ່ນ, ຫຼັກສູດເປີດກວ້າງຜ່ານລະບົບອອນລາຍທີ່ດີເດັ່ນ ແລະ ຫຼັກສູດປະລິນຍາຕີລະດັບໜຶ່ງ ທັງໝົດ 4 ຫຼັກສູດ; ມີສູນປະດິດສ້າງໃໝ່ຮ່ວມດ້ານການຮ່ວມກັນສ້າງຕາໜ່າງໄຟຟ້າທີ່ທັນສະໄໝຂັ້ນແຂວງ ແລະ ຈຸດກໍ່ສ້າງຂະແໜງວິຊາປະລິນຍາຕີລະດັບໜຶ່ງແຫ່ງຊາດ 7 ຈຸດ, ຂະແໜງວິຊາທີ່ມີເອກະລັກພິເສດແຫ່ງຊາດ 4 ວິຊາ ຄື ຂະແໜງວິຊາວາງແຜນການບຳລຸງສ້າງນັກວິສະວະກອນດີເດັ່ນແຫ່ງຊາດ 7 ວິຊາ ແລະ ມີວິຊາທີ່ໄດ້ຮັບການຢັ້ງຢືນດ້ານການສຶກສາຂະແໜງວິສະວະກໍາ 6 ວິຊາ.

 ໃນຖານະທີ່ບໍລິສັດຕາໜ່າງໄຟຟ້າພາກໃຕ້ສ້າງຂຶ້ນ ເພື່ອເປັນເວທີຂອງການຮ່ວມມືດ້ານພະລັງໄຟຟ້າກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ບໍລິສັດຢູນນານສາກົນໄດ້ອໍານວຍໂອກາດໃນການປະຕິບັດຕົວຈິງ ແລະ ເປີດກວ້າງສາຍຕາໃຫ້ແກ່ການກໍ່ສ້າງບຸກຄະລາກອນພະລັງໄຟຟ້າໃນພາກພື້ນ LM, ເຊິ່ງໄດ້ກາຍເປັນຜູ້ທີ່ລົງເລິກການຮ່ວມມືດ້ານພະລັງໄຟຟ້າໃນພາກພື້ນ. ທ່ານ ຈ່າງຢຸນຫູ (Zhang Yunhu), ນັກວິສະວະກໍາໃຫຍ່ຂອງບໍລິສັດຢູນນານສາກົນໄດ້ແນະນໍາວ່າ, ປັດຈຸບັນນີ້ ບໍລິສັດໄດ້ໃຫ້ທຶນອຸປະຖໍາຢ່າງເຕັມທີ່ໃຫ້ແກ່ນັກສຶກສາຕ່າງປະເທດຈໍານວນ 102 ຄົນ ທີ່ມາຈາກປະເທດລຸ່ມແມ່ນໍ້າຂອງ ມາສຶກສາຮໍ່າຮຽນວິຊາພະລັງໄຟຟ້າຢູ່ມະຫາວິທະຍາໄລວິທະຍາສາດຄຸນໝິງ. ແຕ່ລະສົກຮຽນ, ບໍລິສັດໄດ້ຈັດຕັ້ງນັກສຶກສາຕ່າງປະເທດໄປທັດສະນະສຶກສາຢູ່ສະຖານີໝໍ້ແປງໄຟຟ້າ, ສູນຝຶກອົບຮົມຕົວຈິງກ່ຽວກັບການສໍາຜັດກັບຄວາມປອດໄພ ເພື່ອເຮັດໃຫ້ພວກເຂົາສາມາດຮູ້ສຶກໄດ້ໂດຍກົງຕໍ່ການພັດທະນາດ້ານລະບົບພະລັງໄຟຟ້າ ແລະ ລະດັບການຄວບຄຸມອຸປະກອນຂອງຈີນ. ນອກຈາກນີ້ແລ້ວ, ຍັງໄດ້ຈັດຕັ້ງໃຫ້ພວກເຂົາໄປເຂົ້າຮ່ວມເວທີສົນທະນາ, ກອງປະຊຸມສໍາມະນາ ແລະ ງານວາງສະແດງຕ່າງໆທີ່ກ່ຽວພັນກັບພະລັງໄຟຟ້າໃນພາກພື້ນ LM ເພື່ອສ້າງຄວາມຮັບຮູ້ຕໍ່ຂໍ້ມູນຂ່າວສານ ແລະ ສະພາບຫຼ້າສຸດກ່ຽວກັບການຮ່ວມມືດ້ານພະລັງໄຟຟ້າໃນສາກົນ.