ຈີນ, ລາວ, ມຽນ​ມາ ແລະ​ໄທ​ໄດ້ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມຕາມ​ລຳແມ່​ນ້ຳ​ຂອງຄັ້ງ​ທີ 106

CRI, June 25, 2021
Size:

ຈີນ, ລາວ, ມຽນມາ ແລະໄທໄດ້ດຳເນີນການບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມຕາມລຳແມ່ນ້ຳຂອງຄັ້ງທີ 106_fororder_巡逻3

    ເນື່ອງໃນໂອກາດວັນຕ້ານຢາເສບຕິດສາກົນ ທີ 26 ມິຖຸນາຈະໝູນວຽນມາເຖິງນີ້, ຫວ່າງມໍ່ໆນີ້, 4ປະເທດຄື: ຈີນ, ລາວ, ມຽນມາ ແລະໄທໄດ້ເລີ່ມດຳເນີນການບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມກັນຕາມລຳແມ່ນ້ຳຂອງຄັ້ງທີ 106.

    ກ່ອນດຳເນີນການເຄື່ອນໄຫວ, 4ປະເທດໄດ້ຈັດກອງປະຊຸມສຳມະນາ ແລະກອງປະຊຸມປະສົມຂອງຜູ້ບັນຊາການໂດຍຜ່ານທາງວິດີໂອກ່ຽວກັບບັງຄັບໃຊ້ກົດໝາຍ ແລະລາດຕະເວນຕາມລຳແມ່ນ້ຳຂອງເພື່ອຮ່ວມມືກັນຕ້ານຢາເສບຕິດ, ເຊິ່ງໄດ້ຮ່ວມກັນວິເຄາະສະພາບຄວາມສະຫງົບ ແລະສະພາບອາຊະຍາກຳດ້ານຢາເສບຕິດຢູ່ເຂດລຸ່ມແມ່ນ້ຳຂອງ, ທົບທວນຄືນ ແລະສະຫລຸບຜົນສຳເລັດຂອງການເຄື່ອນໄຫວສະເພາະກິດໃນການບຸກບືນຮ້ອຍວັນເພື່ອປາບປາມຢາເສບຕິດຮ່ວມຢູ່ເຂດລຸ່ມແມ່ນ້ຳຂອງ, ພ້ອມທັງໄດ້ຕົກລົງວ່າຈະນຳໃຊ້ຮູບແບບລາດຕະເວນທີ່ແບ່ງເປັນຕອນ ແລະລາດຕະເວນຕະຫລອດສາຍນ້ຳສົມທົບກັນ, ເພີ່ມທະວີການຄວບຄຸມ ແລະລາດຕະເວນໃນເຂດສຳຄັນຂອງແມ່ນ້ຳຂອງ.

ຈີນ, ລາວ, ມຽນມາ ແລະໄທໄດ້ດຳເນີນການບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມຕາມລຳແມ່ນ້ຳຂອງຄັ້ງທີ 106_fororder_巡逻1

     4ປະເທດດັ່ງກ່າວຈະອີງຕາມຄວາມຮຽກຮ້ອງຕ້ອງການດ້ານການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19ຂອງບັນດາປະເທດ, ຈັດກິດຈະກຳໂຄສະນາດ້ານການຕ້ານຢາເສບຕິດທີ່ມີຫົວຂໍ້ວ່າ “ຮ່ວມຈິດຮ່ວມໃຈກັນ  ຮ່ວມມືຕ້ານຢາເສບຕິດ”, ເພື່ອສ້າງບັນຍາດກາດທີ່ຟົດຟື້ນທີ່ຮ່ວມຊາຕາກຳ ແລະການເຂົ້າຮ່ວມຂອງມວນຊົນທັງປວງເພື່ອຮ່ວມກັນຕ້ານຢາເສບຕິດ, ເພື່ອປົກປັກຮັກສາສະຖຽນລະພາບ ແລະຄວາມໝັ້ນຄົງຂອງເຂດລຸ່ມແມ່ນ້ຳຂອງ.

ຈີນ, ລາວ, ມຽນມາ ແລະໄທໄດ້ດຳເນີນການບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມຕາມລຳແມ່ນ້ຳຂອງຄັ້ງທີ 106_fororder_巡逻2