ຈີນ​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ວັກ​ຊີນ​ໂຄວິດ-19 ທີ່​ສາ​ມາດ​ສົ່ງ​ອອກສູ່​ຕ່າງ​ປະ​ເທດ

CRI, June 24, 2021
Size:

      ວັນທີ 22 ມິຖຸນານີ້, ຈີນໄດ້ເປີດເຜີຍບັນຊີລາຍຊື່ຜະລິດຕະພັນວັກຊີນໂຄວິດ-19 ທີ່ສາມາດສົ່ງອອກສູ່ຕ່າງປະເທດ. ໃນບັນຊີລາຍຊື່ດັ່ງກ່າວໄດ້ມີວັກຊີນໂຄວິດ-19 ຈຳນວນ 4 ຊະນິດທີ່ໄດ້ຮັບການອະນຸມັດຈຳໜ່າຍຢູ່ຈີນໂດຍມີເງື່ອນໄຂ, ໃນນີ້, ມີວັກຊີນ 2 ຊະນິດໄດ້ຮັບການອະນຸມັດນຳໃຊ້ໃນສະພາບສຸກເສີນຈາກອົງການອະນາໄມໂລກ. ໃນມື້ດັ່ງກ່າວ, ທ່ານ ຫຼີຊີ່ງຊຽນ ຫົວໜ້າກົມການຄ້າຕ່າງປະເທດຂອງກະຊວງການຄ້າຈີນໄດ້ຊີ້ໃຫ້ເຫັນວ່າ: ການທີ່ລັດຖະບານຈີນເປີດເຜີຍບັນຊີລາຍຊື່ວັກຊີນໂຄວິດ-19 ທີ່ສາມາດສົ່ງອອກສູ່ຕ່າງປະເທດໄດ້ນັ້ນບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນວ່າວັກຊີນໂຄວິດ-19 ຂອງຈີນແມ່ນຜະລິດຕະພັນສາທາລະນະຂອງໂລກເທົ່ານັ້ນ, ຍັງເປັນມາດຕະການທີ່ເຂັ້ມແຂງໃນການຊຸກຍູ້ການຮ່ວມມືກັນຕ້ານກັບພະຍາດໂຄວິດ-19 ໃນສາກົນອີກດ້ວຍ.

      ທ່ານ ຫຼີຊີ່ງຊຽນ ຊີ້ໃຫ້ເຫັນຕື່ມວ່າ: ເພື່ອຮັບປະກັນຄຸນນະພາບແລະຄວາມປອດໄພຂອງຜະລິດຕະພັນວັກຊີນໂຄວິດ-19, ທັງເປັນການຍົກປະສິດທິພາບດ້ານການຄ້າໃຫ້ສູງຂຶ້ນ, ພວກຂ້າພະເຈົ້າໄດ້ສະໜັບສະໜູນວິສາຫະກິດຜະລິດວັກຊີນໂຄວິດ-19 ຂອງຈີນທີ່ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວໃຫ້ສົ່ງອອກວັກຊີນດ້ວຍວິທີການຈຳໜ່າຍດ້ວຍຕົນເອງ, ທັງສຸມກຳລັງເຂົ້າໃນການເພີ່ມທະວີການສະໜອງຜະລິດຕະພັນ,ເພື່ອເຮັດໃຫ້ບັນດາປະເທດໂດຍສະເພາະແມ່ນປະເທດພວມພັດທະນາສາມາດຊື້ວັກຊີນໂຄວິດ-19 ໄດ້. ຂະນະດຽວກັນ, ພວກຂ້າພະເຈົ້າຍັງໄດ້ສະໜັບສະໜູນໃຫ້ເພີ່ມທະວີການຮ່ວມມືກັນລະຫວ່າງວິສາຫະກິດຜະລິດວັກຊີນໂຄວິດ-19 ຂອງຈີນກັບ “ແຜນການດຳເນີນງານວັກຊີນໂຄວິດ-19”ຂອງອົງການອະນາໄມໂລກຢ່າງສະເໝີຕົ້ນສະເໝີປາຍ,ສະໜັບສະໜູນການດຳເນີນການຄົ້ນຄວ້າຜະລິດແບບປະສົມແລະການຮ່ວມມືກັນຜະລິດວັກຊີນໂຄວິດ-19 ຢູ່ຕ່າງປະເທດ.