ສຳເລັດວຽກກໍ່ສ້າງໂຄງສ້າງຕົ້ນຕໍຂອງສະຖານີຮ່ອມພູຊ້າງປ່າເສັ້ນທາງລົດໄຟລາວ-ຈີນ

Yunnan Gateway, June 24, 2021
Size:

ຊຸມມື້ມໍ່ໆມານີ້, ໂຄງສ້າງຕົ້ນຕໍຂອງສະຖານີລົດໄຟຮ່ອມພູຊ້າງປ່າທີ່ຕາແສງເມີງຢາງ ນະຄອນຊຽງຮຸ່ງກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ ແຂວງຢຸນນານ ໄດ້ສຳເລັດວຽກກໍ່ສ້າງ, ສະຖານີລົດໄຟແຫ່ງນີ້ເບິ່ງແລ້ວຄືຊ້າງປ່າອາຊີກຳລັງຍ່າງຫຼິ້ນທີ່ປ່າຝົນແຖບຮ້ອນ. ຮູບຮ່າງລວມຂອງຫ້ອງສະຖານີສະແດງເຖິງເອກະລັກພິເສດ ແລະ ຄວາມສວຍງາມຫຼາກຫຼາຍສີສັນຂອງວັດທະນາທຳປ່າຝົນ.

ສະຖານີຮ່ອມພູຊ້າງປ່າ ຕັ້ງຢູ່ໃກ້ຄຽງກັບເຂດສະຫງວນທຳມະຊາດຊ້າງອາຊີ, ມີເນື້ອທີ່ 2 ພັນກວ່າມູ້, ເນື້ອທີ່ຫ້ອງສະຖານີປະມານ 2500 ຕາແມັດ, ສາມາດຮັບຮອງຈຳນວນຄົນຫຼາຍທີ່ສຸດແມ່ນ 400 ຄົນ. ຢູ່ສອງຂ້າງສະຖານີ, ຂ້າງໜຶ່ງແມ່ນອຸມົງເມີງຢາງ, ຂ້າງໜຶ່ງແມ່ນອຸມົງສິບສອງພັນນາ. ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການເຄື່ອນໄຫວຂອງຊ້າງປ່າ, ເສັ້ນທາງຕອນນີ້ແມ່ນຫຼີກລ່ຽງເຂດທີ່ມີການເຄື່ອນໄຫວຂອງຊ້າງປ່າອາຊີ, ໂດຍນຳໃຊ້ມາດຕະການຕ່າງໆກໍຄື: ຂະຫຍາຍຄວາມຍາວຂອງອຸມົງ, ໃຊ້ຂົວແທນທາງ, ຕິດຕັ້ງຮົ້ວແຍກປ່ຽວ ແລະອື່ນໆ, ຫຼຸດຜ່ອນຜົນກະທົບຕໍ່ສະພາບແວດລ້ອມດ້ານນິເວດໃຫ້ຕ່ຳທີ່ສຸດ, ສ້າງເສັ້ນທາງພັດທະນາສີຂຽວທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

ໃນຂັ້ນຕອນການກໍ່ສ້າງ, ຍ້ອນວຽກການກໍ່ສ້າງດຳເນີນຢູ່ໃຕ້ດິນ, ໄດ້ຫຼຸດຜ່ອນຜົນກະທົບຕໍ່ສະພາບແວດລ້ອມດ້ານນິເວດຂອງພືດ ແລະສັດໃນທ້ອງຖິ່ນ, ບໍ່ລົບກວນຊ້າງປ່າ, ຫຼັງເປີດນຳໃຊ້ບໍລິການກໍບໍ່ມີຜົນກະທົບຕໍ່ກິດຈະກຳປະຈຳວັນຂອງຊ້າງປ່າອາຊີ.

ມາຈາກ: ສຳນັກຂ່າວຊິນຮວາ

ນັກຂ່າວ: ຢາງໝິງ