ຈຳ​ນວນ​ຜູ້​ຖືກບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຢູ່​​ມຽນ​ມາໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ

CRI, June 23, 2021
Size:

   ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຢູ່ມຽນມາໄດ້ສ້າງສະຖິຕິສູງສຸດ_fororder_微信图片_20210622131134

    ວັນທີ 21 ມິຖຸນານີ້, ກະຊວງສາທາລະນະສຸກ ແລະກິລາມຽນມາໄດ້ປະກາດວ່າ: ເຂດພີວແຂວງບາໂກມີຜູ້ເປັນພະຍາດໂຄວິດ-19ເພີ່ມຂຶ້ນຈຳນວນຫລາຍ, ສະນັ້ນ, ເຂດດັ່ງກ່າວຈະເລີ່ມປະຕິບັດມາດຕະການກັກບໍລິເວນເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19ນັບແຕ່ວັນທີ 21 ມິຖຸນານີ້ເປັນຕົ້ນໄປ. ນີ້ແມ່ນເຂດທີ 9 ຢູ່ມຽນມາທີ່ຕ້ອງປະຕິບັດມາດຕະການກັກບໍລິເວນນັບແຕ່ວັນທີ 28 ພຶດສະພາທີ່ຜ່ານມາ, 7 ເຂດທຳອິດທີ່ໄດ້ປະຕິບັດມາດຕະການກັກບໍລິເວນໃນຄັ້ງນີ້ແມ່ນຢູ່ເຂດຊາຍແດນລະຫວ່າງພາກຕາເວັນຕົກຂອງມຽນມາ ແລະອິນເດຍ, ບັງກາລາເດັດ.  ສຳລັບເຂດພີວ ແລະ ເຂດພາເດັນທີ່ເລີ່ມປະຕິບັດມາດຕະການກັກບໍລິເວນໃນມໍ່ໆນີ້ແມ່ນນອນຢູ່ພາກກາງຂອງມຽນມາ, ເຊິ່ງໃກ້ກັບຕົວເມືອງໃຫຍ່ສຸດຂອງມຽນມາ, ຄື: ນະຄອນຢາງກຸງ.

    ວັນທີ 21 ມິຖຸນານີ້, ກະຊວງສາທາລະນະສຸກ ແລະກິລາມຽນມາໄດ້ປະກາດວ່າ: ໃນຕົວຢາງ 4964 ກໍລະນີທີ່ກວດພົບໃນມື້ດຽວກັນ, ໄດ້ພົບຜູ້ເປັນພະຍາດໂຄວິດ-19 ຈຳນວນ 595 ກໍລະນີ, ອັດຕາສ່ວນຕິດເຊື້ອເກືອບ 12% ເຊິ່ງເປັນມື້ທີ່ມີຈຳນວນຜູ້ເປັນພະຍາດໂຄວິດ-19ເພີ່ມໃໝ່ຫລາຍທີ່ສຸດໃນ 4 ເດືອນທີ່ຜ່ານມາ, ພ້ອມກັນນັ້ນ, ຍັງມີຜູ້ເສຍຊີວິດເພີ່ມໃໝ່ 3 ກໍລະນີ.