ລັດ​ຖະ​ບານ​ໄທປະ​ກາດ​ວ່​າ​ຈະ​ຜ່ອນ​ຜັນ​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19ທົ່ວ​ປະ​ເທດ ເຊິ່ງ​ຈະ​ເລີ່ມ​ແຕ່​ວັນ​ທີ21ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ

CRI, June 23, 2021
Size:

 ລັດຖະບານໄທປະກາດວ່ງຈະຜ່ອນຜັນມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19ທົ່ວປະເທດ ເຊິ່ງຈະເລີ່ມແຕ່ວັນທີ21ມິຖຸນານີ້ເປັນຕົ້ນໄປ_fororder_泰国

    ວັນທີ 19 ມິຖຸນານີ້,   ເວັບໄຊຂອງໜັງສືພິມພະລາຊະອົງການໄທໄດ້ເຜີຍແຜ່ແຈ້ງການວ່າດ້ວຍການຜ່ອນຜັນມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19ໃນທົ່ວປະເທດໄທ ແລະການປັບປຸງມາດຕະການກ່ຽວກັບການຕ້ານກັບພະຍາດໂຄວິດ-19ໂດຍອີງຕາມສະພາບການຢູ່ແຕ່ລະແຫ່ງ ເຊິ່ງໄດ້ລົງນາມໂດຍທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ. ເນື້ອໃນຕົ້ນຕໍຄື: ນັບແຕ່ວັນທີ 21 ມິຖຸນານີ້ເປັນຕົ້ນໄປ, ຢູ່ເຂດທີ່ມີມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເຂັ້ມງວດທີ່ສຸດ, ຄື: ນະຄອນຫລວງບາງກອກ, ແຂວງນົນທະບຸຣີ, ປະທຸມທານີ ແລະສະມຸດປາການ, ຈະອະນຸຍາດໃຫ້ຮ້ານອາຫານເປີດບໍລິການຈົນຮອດເວລາ 23 ໂມງ, ແຕ່ຍັງຫ້າມບໍ່ໃຫ້ດື່ມສິ່ງມືນເມົາຢູ່ຮ້ານອາຫານຄືເກົ່າ. ສູນການຄ້າສາມາດດຳເນີນທຸລະກິດໄດ້ຈົນຮອດ 21 ໂມງ.  ສະໜາມກິລາກາງແຈ້ງສາມາດເປີດບໍລິການໄດ້ ແລະອື່ນໆ.

    ນອກນີ້, ຢູ່ເຂດທີ່ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຫລຸດໜ້ອຍລົງ, ສະຖານທີ່ດຳເນີນທຸລະກິດຕ່າງໆສາມາດຟື້ນຟູການບໍລິການຄືນໃໝ່.

    ແຈ້ງການໄດ້ກຳນົດວ່າ: ແຫ່ງຕ່າງໆຍັງຕ້ອງປະຕິບັດມາດຕະການໃສ່ຜ້າປິດປາກຢູ່ນອກອາຄານ ແລະສະຖານທີ່ສາທາລະນະ, ຜູ້ໃດລະເມີດມາດຕະການນີ້ຈະຖືກລົງໂທດຕາມກົດໝາຍທີ່ກ່ຽວຂ້ອງ.