ວັກ​ຊິນ​​ໂຄວິດ-19 ທີ່​ຈີ​ນ​ຊ່ວຍ​ເຫຼືອ​ໄດ້​ຂົນ​ສົ່ງໄປ​ຮອດ​ຫວຽດ​ນາມ​ແລ້ວ

CRI, June 22, 2021
Size:

ວັກຊິນພະຍາດໂຄວິດ-19 ທີ່ຈີນຊ່ວຍເຫຼືອໄດ້ຂົນສົ່ງໄປຮອດຫວຽດນາມແລ້ວ_fororder_1624180991924_776_1616x1080

ວັນທີ 20 ມິຖຸນານີ້, ວັກຊິນໂຄວິດ-19 ຂອງກຸ່ມບໍລິສັດ SINOPHARM ທີ່ຈີນໃຫ້ການຊ່ວຍເຫຼືອຫວຽດນາມໄດ້ຖືກຂົນສົ່ງໄປຮອດປະເທດຫວຽດນາມແລ້ວ. ທ່ານຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມໄດ້ຕາງໜ້າລັດຖະບານຫວຽດນາມ ກັບ ທ່ານຊົງໂປ່ ເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ພ້ອມຄະນະ ໄດ້ອອກໄປຕ້ອນຮັບວັກຊິນຢູ່ສະໜາມບິນ ແລະ ຈັດພິທີມອບຮັບວັກຊິນດັ່ງກ່າວ.

ວັກຊິນພະຍາດໂຄວິດ-19 ທີ່ຈີນຊ່ວຍເຫຼືອໄດ້ຂົນສົ່ງໄປຮອດຫວຽດນາມແລ້ວ_fororder_1624181001884_877_1616x1080

    ທ່ານຫງວຽນແທັງລອງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຈີນໃນການຕ້ານກັບພະຍາດໂຄວິດ-19 ແລະໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັກຊິນເພື່ອຕ້ານກັບພະຍາດໂຄວິດ-19 ຢູ່ຫວຽດນາມ, ຫວັງວ່າສອງປະເທດຫວຽດນາມ-ຈີນຈະສາມາດສືບຕໍ່ດຳເນີນການຮ່ວມມືເພື່ອພ້ອມກັນຕ້ານພະຍາດໂຄວິດ-19 ແລະ ຄົ້ນຄວ້າພັດທະນາວັກຊິນໃນອະນາຄົດ.

    ກະຊວງສາທາລະນະສຸກຫວຽດນາມແຈ້ງໃຫ້ຮູ້ວ່າ, ວັກຊິນເທື່ອນີ້ຈະສັກໃຫ້ປະຊາຊົນ 3 ກຸ່ມກ່ອນຄື: ຊາວຈີນທີ່ເຮັດວຽກຢູ່ຫວຽດນາມ, ຊາວຫວຽດນາມທີ່ຢາກໄປຮຽນ ແລະ ເຮັດວຽກຢູ່ຈີນ ພ້ອມທັງປະຊາຊົນທີ່ອາໄສຢູ່ເຂດຊາຍແດນ. ຕາມຂໍ້ມູນໃຫ້ຮູ້ວ່າ: ວັກຊິນໂຄວິດ-19 ຂອງກຸ່ມບໍລິສັດ SINOPHARM ຂອງຈີນແມ່ນວັກຊິນໂຄວິດ-19 ຊະນິດທີສອງທີ່ໄດ້ຂົນສົ່ງໄປຮອດປະເທດຫວຽດນາມ.