ພະ​ນັກ​ງານ​ຮັບ​ໃຊ້ 2 ຄົນ​​ຢູ່​ສະ​ພາ​ຜູ້​ແທນ​ລາ​ຊະ​ດອນໄທ​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19

CRI, June 22, 2021
Size:

    ທີ່ປຶກສາຂອງປະທານສະພາຜູ້ແທນລາຊະດອນໄທເຜີຍໃຫ້ຮູ້ວ່າ: ໃນໄລຍະມໍ່ໆນີ້, ສະພາຜູ້ແທນລາຊະດອນໄທໄດ້ກວດເຊື້ອໂຄວິດ-19ໃຫ້ແກ່ພະນັກງານທີ່ມີຄວາມສ່ຽງສູງ, ຜົນການກວດກາເຊື້ອພົບວ່າມີພະນັກງານ 2 ຄົນເປັນພະຍາດໂຄວິດ-19. ພະນັກງານ 2 ຄົນນີ້ເຮັດວຽກອະນາໄມຢູ່ຮ້ານອາຫານ, ປັດຈຸບັດ, ໄດ້ກັກບໍລິເວນຜູ້ກ່ຽວແລ້ວ, ພ້ອມທັງໄດ້ຢືນຢັນວ່າທິມງານທີ່ສະໜອງອາຫານໃຫ້ລັດຖະມົນຕີບໍ່ມີຜູ້ໃດຕິດເຊື້ອ.

    ຕົ້ນເດືອນພຶດສະພານີ້, ພະນັກງານໃນກອງເລຂາວຸດທິສະພາ ແລະສະພາຜູ້ແທນລາຊະດອນໄທຈຳນວນ 11 ຄົນໄດ້ຖືກບົ່ງມະຕິເປັນພະຍາດໂຄວິດ-19, ໃນຕົ້ນເດືອນນີ້, ພະນັກງານ 2 ຄົນຂອງກອງເລຂາສະພາຜູ້ແທນລາຊະດອນໄທກໍຖືກບົ່ງມະຕິເປັນພະຍາດໂຄວິດ-19.

    ນັບແຕ່ປະເທດໄທມີການແຜ່ລະບາດພະຍາດໂຄວິດ-19ຮອບທີ 3 ໃນຕົ້ນເດືອນເມສາເປັນຕົ້ນມາ, ອົງການລັດຖະບານຕ່າງໆ, ເຊັ່ນ: ສຳນັກງານນາຍົກລັດຖະມົນຕີ, ກະຊວງຄົມມະນາຄົມ, ວຸດທິສະພາ, ສະພາຜູ້ແທນລາຊະດອນ ແລະອື່ນໆກໍມີພະນັກງານຕິດເຊື້ອພະຍາດໂຄວິດ-19.