ກຳ​ປູ​ເຈຍອາດ​ຈະບັນ​ລຸ​ເປົ້າ​ໝາຍການ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ 10 ລ້ານ​ຄົນ​ກ່ອນ​ເວ​ລາ​ກຳ​ນົດ

CRI, June 21, 2021
Size:

ຕາມຂ່າວສານຈີນ: ກຳປູເຈຍສັກວັກຊີນໃຫ້ປະຊາຊົນໄດ້ຢ່າງວ່ອງໄວ, ລັດຖະບານກຳປູເຈຍກ່າວວ່າ, ນັບມາຮອດປັດຈຸບັນນີ້, ຢູ່ທົ່ວປະເທດກຳປູເຈຍ ມີປະຊາກອນ 16% ຂຶ້ນໄປໄດ້ສັກວັກຊີ້ນຕ້ານພະຍາດໂຄວິດ-19 ສອງເຂັມແລ້ວ.

ນອກນີ້, ຄະນະກຳມະການສັກວັກຊີນແຫ່ງລັດກຳປູເຈຍແຈ້ງວ່າ, ນັບມາຮອດປັດຈຸບັນ, ກຳປູເຈຍໄດ້ສັກວັກຊີນໃຫ້ປະຊາຊົນທົ່ວປະເທດ 3 ລ້ານ 1 ແສນ 3 ໝື່ນ 8 ພັນຄົນ, ໃນນັ້ນ, ມີ 2 ລ້ານ 6 ແສນ 2 ໝື່ນ 3 ພັນຄົນໄດ້ສັກວັກຊີນສອງເຂັມໄປແລ້ວ, ເຊິ່ງກວມປະມານ 16% ຂອງປະຊາກອນທົ່ວປະເທດກຳປູເຈຍ.

ກ່ອນໜ້ານີ້, ລັດຖະບານກຳປູເຈຍໄດ້ປະກາດແຜນການດຳເນີນງານແຫ່ງການສັກວັກຊີນຕ້ານໂຄວິດ-19, ມີແຜນຈະສັກວັກຊີນໃຫ້ປະຊາຊົນທີ່ເຕັມອາຍຸກະສຽນ 6 ລ້ານ 2 ແສນ 2 ໝື່ນຄົນໂດຍແບ່ງເປັນ 3 ໄລຍະພາຍໃນປີນີ້. ຮອດໄລຍະກາງຂອງປີ 2022, ຈະມີປະຊາຊົນເຕັມອະຍຸກະສຽນ 10 ລ້ານຄົນໃນທົ່ວປະເທດ ສຳເລັດການສັກວັກຊີນ, ບັນລຸການສ້າງພູມຕ້ານທານລວມໝູ່. ຄະນະກຳມະການດັ່ງກ່າວກ່າວວ່າ, ການສັກວັກຊີນໄດ້ດຳເນີນໄປຢ່າງສະດວກ, ກຳປູເຈຍມີຄວາມໝັ້ນໃຈຈະບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາຊົນ 10 ລ້ານຄົນກ່ອນເວລາກຳນົດໃນເດືອນພະຈິກປີນີ້.