ສ​ປ​ປ ລາວ​ ແກ່​ຍາວ​ເວ​ລາ​ປະ​ຕິ​ບັດ​ມາດ​ຕະ​ການ “ປິດ​ເມືອງ” ອອກ​ໄປ​ອີກ 15 ວັນ

CRI, June 21, 2021
Size:

ວັນທີ 19 ມິຖຸນານີ້, ລັດຖະບານລາວໄດ້ປະກາດວ່າ: ຈະແກ່ຍາວເວລາປະຕິບັດມາດຕະການປິດເມືອງທີ່ຈະສິ້ນສຸດລົງໃນວັນທີ 19 ມິຖຸນານີ້ອອກໄປອີກ 15 ວັນ, ກໍຄືສືບຕໍ່ “ປິດເມືອງ” ແຕ່ວັນທີ 20 ມິຖຸນາຫາວັນທີ 4 ກໍລະກົດປີ 2021.

ຕອນເຊົ້າວັນທີ 19 ມິຖຸນານີ້, ສຳນັກງານນາຍົກລັດຖະມົນຕີລາວໄດ້ຖະແຫຼງວ່າ: ຍ້ອນວ່າມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຈຳນວນໜຶ່ງຂອງຄະນະສະເພາະກິດຄວບຄຸມໂຄວິດ-19 ບໍ່ໄດ້ຮັບການປະຕິບັດເປັນຢ່າງດີ, ພ້ອມກັນນັ້ນຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຂອງປະເທດອ້ອມຂ້າງຍັງສູງສົມຄວນ, ລັດຖະບານເຫັນວ່າມີຄວາມຈຳເປັນຕ້ອງສືບຕໍ່ປະຕິບັດມາດຕະການ “ປິດເມືອງ”.

ຖະແຫຼງການຍັງລະບຸວ່າ: ທຸກໆຄົນລ້ວນແຕ່ຄວນປະຕິບັດຕາມມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຂັ້ນພື້ນຖານ, ລວມທັງຮັກສາໄລຍະຫ່າງກັນທາງສັງຄົມ 1 ແມັດ, ວັດແທກອຸນຫະພຸມຮ່າງກາຍ, ໃສ່ຜ້າປິດປາກ, ໝັ່ນລ້າງມືແລະອື່ນໆ.

ຕົວເລກທີ່ຄະນະສະເພາະກິດຄວບຄຸມໂຄວິດ-19 ລາວເປີດເຜີຍຫຼ້າສຸດສະແດງໃຫ້ເຫັນວ່າ, ມາຮອດເວລາ 12 ໂມງວັນທີ 19 ມິຖຸນານີ້ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວປະເທດລາວມີເຖິງ 2.050 ກໍລະນີ, ໄດ້ປິ່ນປົວຫາຍຂາດແລະອອກໂຮງໝໍ 1.935 ກໍລະນີ, ແລະມີ 3 ຄົນເສຍຊີວິດຍ້ອນເປັນພະຍາດໂຄວິດ-19.