ວັກຊີນປ້ອງກັນໂຄວິດ-19 ທີ່ ສປ ຈີນຊ່ວຍເຫຼືອລ້າແກ່ປະເທດລາວຮອບທີ 4 ມາຮອດນະຄອນຫຼວງວຽງຈັນແລ້ວ

lmcchina.org, June 19, 2021
Size:

ພະນັກງານຢູ່ສະໜາມບິນກຳລັງຄ່ຽນຖ່າຍວັກຊີນທີ່ຝ່າຍຈີນໃຫ້ການຊ່ວຍເຫຼືອ

ໃນວັນທີ 14 ມິຖຸນານີ້, ວັກຊີນປ້ອງກັນໂຄວິດ-19 ທີ່ລັດຖະບານຈີນໄດ້ຊ່ວຍເຫຼືອ  ສປປ ລາວໄດ້ຖືກຈັດສົ່ງມາຮອດສະໜາມບິນສາກົນວັດໄຕຂອງ ນະຄອນຫຼວງວຽງຈັນແລ້ວ, ເຊິ່ງແມ່ນຄັ້ງທີ 4 ທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອວັກຊີນແກ່ ສປປ ລາວ. ຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ສປປ ລາວ ແລະ ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມຕ້ອນຮັບຢູ່ສະໜາມບິນ.


ຜູ້ຕາງໜ້າຂອງຝ່າຍຈີນ ແລະ ຝ່າຍລາວ ເຂົ້າຮ່ວມຕ້ອນຮັບວັກຊີນຂອງຈີນຢູ່ສະໜາມບິນ

ນັບແຕ່ ເດືອນກຸມພາ ປີນີ້ເປັນຕົ້ນມາ, ລັດຖະບານຈີນ ແລະ ກອງທັບປົດປ່ອຍປະຊາຊົນຈີນໄດ້ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ແກ່ລັດຖະບານລາວ ເປັນຈຳນວນ 4 ຄັ້ງແລະ ມີຈຳນວນເກືອບ 2 ລ້ານໂດສ. ຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ສປປ ລາວ ໄດ້ກ່າວວ່າ ຝ່າຍລາວຈະເລີ່ມສັກວັກຊີນຂອງຈີນທີ່ສົ່ງມາໃນຮອບນີ້ໃຫ້ແກ່ປະຊາຊົນຢູ່ພາຍໃນນະຄອນຫຼວງວຽງຈັນໃນມື້ຕໍ່ໄປ ແລະ ຈະແຈກຢາຍຈຳນວນໜຶ່ງໄປບັນດາແຂວງໃນຂອບເຂດທົ່ວປະເທດພາຍໃນອາທິດນີ້.

ວັກຊີນປ້ອງກັນໂຄວິດ-19 ຮອບທີ 4 ທີ່ ລັດຖະບານ ແຫ່ງ ສປ ຈີນ ມອບໃຫ້ແກ່ ສປປ ລາວ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຫ່ງຊາດລາວ ໄດ້ກ່າວວ່າ ຝ່າຍລາວໄດ້ສັກວັກຊີນຂອງຈີນໃຫ້ແກ່ກຸ່ມທີ່ມີຄວາມສ່ຽງສູງເປັນບູລິມະສິດ, ເຊັ່ນ: ພະນັກງານແພດ-ໝໍ, ເຈົ້າໜ້າທີ່ດ່ານພາສີ ແລະອື່ນໆ.