ທະ​ນາ​ຄານ​ໂລກ​ເຫັນ​ວ່າ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຈະ​ບັນ​ລຸ​ການ​ຟື້ນ​ຟູ​ແບບ​ລຳ​ບາກ

CRI, June 18, 2021
Size:

ວັນທີ 8 ມິຖຸນານີ້, ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານ “ຈ້ອງມອງເສດຖະກິດທົ່ວໂລກ” ສະບັບຫຼ້າສຸດໂດຍລະບຸວ່າ: ຍ້ອນວ່າກຸ່ມເສດຖະກິດຕົ້ນຕໍຕ່າງໆ ເຊັ່ນ: ຈີນ, ອາເມຣິກາ ແລະອື່ນໆໄດ້ຟື້ນຕົວຄືນໃໝ່ຢ່າງແຂງແຮງ, ຈັງຫວະການເຕີບໂຕຂອງເສດຖະກິດທົ່ວໂລກໃນປີນີ້ອາດຈະບັນລຸເຖິງ 5,6%, ແຕ່ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບົດລາຍງານໄດ້ປັບຫຼຸດຄາດໝາຍການເຕີບໂຕຂອງເສດຖະກິດຂອງຫຼາຍປະເທດສະມາຊິກອາຊຽນໃຫ້ຕ່ຳລົງ ເຊິ່ງສະແດງໃຫ້ເຫັນວ່າ: ການເຕີບໂຕຂອງພາກພື້ນດັ່ງກ່າວຍັງຈະມີອະນາຄົດທີ່ບໍ່ແນ່ນອນຫຼາຍສົມຄວນ.

ບົດລາຍງານຍັງລະບຸວ່າ: ນະໂຍບາຍເງິນຕາທີ່ຮັດກຸມຂອງອາເມຣິກາອາດຈະເຮັດໃຫ້ລາຄາເງິນຕາຕ່ຳລົງ, ຕະຫຼາດການທະນາຄານປັ່ນປ່ວນ ແລະ ອື່ນໆ ເຊິ່ງຈະສ້າງຜົນກະທົບອ່າວຫຼາຍຕໍ່ປະເທດທີ່ມີລະດັບໜີ້ສິນອ່າວສູງ ແລະ ມີຄວາມຕ້ອງການດ້ານການລະດົມທຶນຈາກພາຍນອກ ເຊັ່ນ: ກຳປູເຈຍ ແລະ ລາວເປັນຕົ້ນ.