ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​​ຢ່າງ​ບັງ​ເກີດ​ຜົນ​​ຕະ​ຫຼອດ​ໄລ​ຍະ 20 ປີ

CRI, June 18, 2021
Size:

ວັນທີ 15 ມິຖຸນາປີນີ້ແມ່ນວັນສ້າງຕັ້ງອົງການຮ່ວມມືຊຽງໄຮຄົບຮອບ 20 ປີ. ອົງການຮ່ວມມືຊຽງໄຮແມ່ນອົງການຈັດຕັ້ງສາກົນທີ່ຊູຄັນທຸງຕໍ່ຕ້ານການກໍ່ການຮ້າຍກ່ອນໝູ່ໃນໂລກ, ມາຮອດປັດຈຸບັນ ໄດ້ຮັບຮອງເອກະສານກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງຕ່າງໆ ເຊັ່ນ: “ສົນທິສັນຍາຊຽງໄຮ້ວ່າດ້ວຍການຕໍ່ຕ້ານອິດທິກຳລັງສາມແງ່ ຄື: ລັດທິກໍ່ການຮ້າຍ, ລັດທິແບ່ງແຍກຊາດ ແລະ ລັດທິຫົວຮຸນແຮງ” ແລະ “ສົນທິສັນຍາວ່າດ້ວຍການຕໍ່ຕ້ານລັດທິກໍ່ການຮ້າຍ” ເປັນຕົ້ນ, ພ້ອມທັງໄດ້ສ້າງຕັ້ງອົງການຕໍ່ຕ້ານການກໍ່ການຮ້າຍຂອງພາກພື້ນ. 

    ຕາມສະຖິຕິທີ່ບໍ່ທັນຄົບຖ້ວນສະແດງໃຫ້ເຫັນວ່າ, ພຽງແຕ່ໄລຍະ 4 ປີ ແຕ່ປີ 2013 ຫາປີ 2017, ອົງການທີ່ກ່ຽວຂ້ອງຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮສາມາດສະກັດກັ້ນການກໍ່ອາຊະຍາກຳທີ່ມີລັກສະນະກໍ່ການຮ້າຍໄດ້ທັງໝົດ 600 ກວ່າລາຍ, ທັບມ້າງຖານຝຶກແອບຂອງກຳລັງປະກອບອາວຸດ 500 ກວ່າແຫ່ງ, ຈັບສະມາຊິກກຸ່ມກໍ່ການຮ້າຍສາກົນໄດ້ 2.000 ກວ່າຄົນ, ຍຶດອາວຸດຍຸດໂທປະກອນຕ່າງໆ ເຊັ່ນ: ລູກລະເບີດທີ່ຜະລິດເອງໄດ້ 1.000 ກວ່າໜ່ວຍ,ວັດຖຸປະກອບລະເບີດ 50 ກວ່າໂຕນ, ປືນ 1 ໝື່ນກວ່າກະບອກ ແລະ ລູກປືນ 1 ລ້ານກວ່າລູກ.

     ນອກຈາກນີ້, ມາຮອດປີ 2018, ພາຍໃນຂອບອົງການດັ່ງກ່າວ, ປະເທດສະມາຊິກອົງການຮ່ວມມືຊຽງໄຮໄດ້ຈັດການຊ້ອມລົບຮ່ວມລະຫວ່າງສອງຝ່າຍ ຫຼື ຫຼາຍຝ່າຍ ໄດ້ທັງໝົດ 15 ເທື່ອ, ໃນນັ້ນ, ການຊ້ອມລົບຮ່ວມຢ່າງເປັນລະບົບ “ເພື່ອພາລະກິດຮັກສາສັນຕິພາບ” ມີ 9 ເທື່ອ. ປີນີ້, ປະເທດສະມາຊິກອົງການຮ່ວມມືຊຽງໄຮຍັງຈະຈັດການຊ້ອມລົບຮ່ວມພາຍໃຕ້ລະຫັດ “ພາປີ-ຕ້ານການກໍ່ການຮ້າຍ-2021”.