WHO:ການ​ແຜ່​ລະ​ບາດ​ຂອງເຊື້ອ​ພະ​ຍາດ​ໂຄວິດ-19 ໄວ​ກວ່າ​ການ​ແບ່ງ​ປັນ​ວັກ​ຊິນ

CRI, June 17, 2021
Size:

    ວັນທີ 14 ມິຖຸນານີ້, ອົງການອະນາໄມໂລກ ຫຼື WHO ໄດ້ຈັດກອງປະຊຸມຂ່າວກ່ຽວກັບພະຍາດໂຄວິດ -19, ທ່ານເຕໂດຼສ ອັດຮານົມ ເກເບຼເຢຊຸສ ຜູ້ອຳນວຍການໃຫຍ່ອົງການ WHO ກ່າວວ່າ, ຫຼັກຖານໃນປັດຈຸບັນສະແດງໃຫ້ເຫັນວ່າ, ເຊື້ອພະຍາດໂຄວິດ-19 ກາຍພັນນັ້ນ ໄດ້ແຜ່ລະບາດເພິ່ມຂຶ້ນຢູ່ທົ່ວໂລກ ເຮັດໃຫ້ຄວາມສ່ຽງຕິດເຊື້ອພະຍາດຂອງຄົນສ່ວນຫຼາຍໃນໂລກເພີ່ມຂຶ້ນ, ຄົນເຫຼົ່ານີ້ບໍ່ທັນໄດ້ຮັບການປ້ອງກັນເທື່ອ. ປັດຈຸບັນ, ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄວກວ່າການແບ່ງປັນວັກຊິນ.

    ທ່ານເຕໂດຼສກ່າວເນັ້ນວ່າ, ຄວນສັກວັກຊິນໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງໃນເຂດທີ່ມີຄວາມຕ້ອງການວັກຊິນທີ່ສຸດກ່ອນ, ປັດຈຸບັນ, ໂລກມີວັກຊິນພຽງພໍຈົນສາມາດຫຼຸດການແຜ່ລະບາດຂອງເຊື້ອພະຍາດ ແລະ ສາມາດຊ່ວຍຊີວິດຄົນໄດ້ຈຳນວນຫຼວງຫຼາຍ.  ນອກນີ້, ປະເທດສ່ວນຫຼາຍຍັງສາມາດສະກັດກັ້ນເຊື້ອພະຍາດບໍ່ໃຫ້ແຜ່ລະບາດໂດຍຜ່ານມາດຕະການດ້ານສາທາລະນະສຸກ, ມາດຕະການເຫຼົ່ານີ້ສາມາດຢຸດຢັ້ງເຊື້ອພະຍາດໂຄວິດ-19 ກາຍພັນໄດ້ໝົດ. ແຕ່ຍ້ອນວ່າໄດ້ເກີດມີເຊື້ອພະຍາດໂຄວິດ-19 ກາຍພັນທີ່ແຜ່ລະບາດໄດ້ງ່າຍກວ່າເກົ່າ, ຢູ່ເຂດທີ່ມີອັດຕາການສັກວັກຊິນອ່າວຕ່ຳຈິ່ງຕ້ອງເພິ່ມການນຳໃຊ້ມາດຕະການດ້ານສາທາລະນະສຸກໃຫ້ເຂັ້ມງວດເກົ່າກວ່າ. ອົງການ WHO ກໍ່ພວມຮ່ວມມືກັບຫຼາຍປະເທດ ເພື່ອປະເມີນຜົນມາດຕະການດ້ານສາທາລະນະສຸກທີ່ມີຕໍ່ການແຜ່ລະບາດຂອງເຊື້ອພະຍາດ.