ມຽນ​ມາ​ຢືນ​ຢັນ​ເປັນ​ຄັ້ງ​ທຳ​ອິດ​ວ່າ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ 3 ຊະ​ນິດ

CRI, June 17, 2021
Size:

ອີງຕາມຖະແຫຼງການຫຼ້າສຸດຂອງກະຊວງສາທາລະນະສຸກ ແລະກິລາມຽນມາທີ່ເຜີຍແຜ່ໃນວັນທີ 15 ມິຖຸນານີ້,  ມຽນມາໄດ້ຢືນຢັນເປັນຄັ້ງທຳອິດວ່າໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ກາຍພັນ 3 ຊະນິດຈຳນວນ 11 ຄົນ.

ໃນຖະແຫຼງການຂອງກະຊວງສາທາລະນະສຸກ ແລະ ກິລາມຽນມາໄດ້ລະບຸວ່າ, ນັບແຕ່ວັນທີ 3 ມິຖຸນານີ້ເປັນຕົ້ນມາ, ກະຊວງຕົນໄດ້ພົບເຫັນຜູ້ຕິດເຊື້ອພະຍາດໂຄວິດ-19ທີ່ກາຍພັນຊະນິດ B.1.1.7 ຈຳນວນ 2 ຄົນ, ຜູ້ຕິດເຊື້ອພະຍາດໂຄວິດ-19ທີ່ກາຍພັນຊະນິດ B.1.617.2 ຈຳນວນ 5 ຄົນ, ຜູ້ຕິດເຊື້ອພະຍາດໂຄວິດ-19ທີ່ກາຍພັນຊະນິດ B.1.617.1 ຈຳນວນ 4 ຄົນ.

ວັນທີ 15 ມິຖຸນານີ້, ມຽນມາໄດ້ກວດນີວຄິລິກຫາຕົວຢ່າງທັງໝົດ 3.199 ສະບັບ, ມີຜູ້ເປັນພະຍາດໂຄວິດ-19 ເພີ່ມໃໝ່ 225 ຄົນ, ລວມທັງໝົດແມ່ນ 146.053 ຄົນ, ປິ່ນປົວໃຫ້ຫາຍມີທັງໝົດ 133.104 ຄົນ.