ປະ​ເທດ​ລາວ​ມີລາຍ​​ຮັບ​ທາງ​ການ​ເງິນ 920 ລ້ານ​ໂດ​ລາ​​ສະ​ຫະ​ລັດໃນ 5 ເດືອນ​ຕົ້ນ​ປີ​ນີ້

CRI, June 16, 2021
Size:

    ຫວ່າງມໍ່ໆມານີ້, ໜັງສືພິມເສດຖະກິດສັງຄົມຂອງລາວລາຍງານວ່າ: ໃນ 5 ເດືອນຕົ້ນປີນີ້, ລາຍຮັບທາງການເງິນຂອງ ສປປ ລາວບັນລຸເຖິງ 8.744 ຕື້ກີບ, ເຊິ່ງເປັນ 31,65% ຂອງເປົ້າໝາຍທີ່ກຳນົດໄວ້ລ່ວງໜ້າ. ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ລາຍຮັບທາງການເງິນແຕ່ເດືອນເມສາຫາເດືອນພຶດສະພາພຽງບັນລຸ 3.400 ຕື້ກີບ, ລາຍຈ່າຍທາງການມີລຸເຖິງ 8368 ຕື້ກີບ. ລາຍຮັບທາງການເງິນທີ່ກຳນົດໄວ້ລ່ວງໜ້າໃນໝົດປີ 2021 ເປັນ 27.629 ຕື້ກີບ, ຄາດວ່າໃນໝາດປີນີ້ພຽງສາມາດບັນລຸເປົ້າໝາຍໄດ້ 86,06% ເທົ່ານັ້ນ.