2015-2020ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ແຕ່ລະຄັ້ງ

lmcchina.org, June 15, 2021
Size:

2015-2020

ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ແຕ່ລະຄັ້ງ

ດື່ມນໍ້າແມ່ນໍ້າສາຍດຽວກັນ ແລະ ຮ່ວມຊາຕາກໍານຳກັນຢ່າງໝັ້ນໝາຍ


ບົດບັນທຶກຂອງບັນນາທິການ: 6 ປະເທດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) “ດື່ມນໍ້າແມ່ນໍ້າສາຍດຽວກັນ ແລະ ຮ່ວມຊາຕາກໍານຳກັນຢ່າງໝັ້ນໝາຍ”, ເປັນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ ແລະ ເປັນຄູ່ຮ່ວມມືໂດຍທຳມະຊາດ. ປີນີ້ແມ່ນ ການດໍາເນີນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ  (LMC) ຄົບຮອບ 5 ປີໃນ 5 ປີທີ່ຜ່ານມາ, LMC ໄດ້ມີຄວາມຄືບໜ້າຢ່າງເດັ່ນຊັດໃນດ້ານຕ່າງໆ ເຊັ່ນ ການສ້າງສາກົນໄກຂອງການຮ່ວມມື, ການວາງແຜນຍຸດທະສາດ, ການສະໜັບສະໜູນດ້ານເງິນທຶນແລະການຮ່ວມມືທີ່ເປັນຮູບປະທໍາ, ເຊິ່ງເປັນການເພີ່ມພູນຄູນສ້າງດ້ວຍ ຢົດນໍ້າເປັນໃສ່ຍອດນໍ້າກໍຄືພະລັງຊີວິດໃໝ່ໃຫ້ແກ່ການພັດທະນາໃນພາກພື້ນ, ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທຸກປະເທດ.  ໃນຂະນະທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ LMC ຄັ້ງທີ 6 ກໍາລັງຈະຈັດຂຶ້ນນີ້, ຂໍໃຫ້ພວກເຮົາຫວນຄືນໂດຍຫຍໍ້ກ່ຽວກັບຜົນສຳເລັດທີ່ສຳຄັນຂອງກອງປະຊຸມລັດຖະມົນຕີການຕ່າງປະເທດທີ່ຜ່ານມາດ້ວຍຮູບພາບປະກອບ.

 

ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າ ຂອງ ຄັ້ງທີ 1

ວັນທີ 12 ພະຈິກ 2015 ທີ່ ຊຽງຮຸ່ງ ຢູນນານ ສປຈີນ

ລັດຖະມົນຕີການຕ່າງປະເທດຂອງ ຫົກປະເທດ:

ທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ

ທ່ານ Hor Namhong ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນ ຣາຊະອານາຈັກ ກຳປູເຈຍ

ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ

ທ່ານ U Wunna Maung Lwin ລັດຖະມົນຕີກະຊວງການຕ່າງປະເທດ ສສ.ມຽນມາ

ທ່ານ Don Pramudwinai ລັດຖະມົນຕີກະຊວງການຕ່າງປະເທດ ຣາຊະອານາຈັກໄທ

ທ່ານ Pham Binh Minh ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສສ.ຫວຽດນາມ

 

ໝາກຜົນຂອງກອງປະຊຸມ

ກອງປະຊຸມໄດ້ຮັບຮອງຜ່ານ “ເອກະສານແນວຄວາມຄິດຂອງ LMC” ແລະ “ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທໍາອິດ”. ລັດຖະມົນຕີການຕ່າງປະເທດ ຂອງ 6 ປະເທດໄດ້ບັນລຸຂໍ້ຕົກລົງກ່ຽວກັບເປົ້າໝາຍ ຫຼັກການ ຂົງເຂດສຳຄັນ ຂອບກົນໄກຂອງ LMC ແລະວຽກງານທີ່ກ່ຽວຂ້ອງຂອງການຈັດກອງປະຊຸມຜູ້ນຳຄັ້ງທຳອິດ ແລະອື່ນໆ  ພ້ອມທັງຕົກລົງກັນວ່າຈະຈັດຕັ້ງປະຕິບັດໂຄງການງວດໜຶ່ງທີ່ຈະໄດ້ຮັບໝາກຜົນໃນໄລຍະຕົ້ນໃຫ້ໄວເທົ່າທີ່ຈະໄວໄດ້.

 

ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າ ຂອງ ຄັ້ງທີ 2

ວັນທີ 23 ທັນວາ 2016 ທີ່ ສຽມລຽບ ກໍາປູເຈຍ

ລັດຖະມົນຕີການຕ່າງປະເທດຂອງຫົກປະເທດ:

ທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ

ທ່ານ Prak Sokhonn ລັດຖະມົນຕີກະຊວງກິດຈະການແຫ່ງຊາດ ການຕ່າງປະເທດແລະການຮ່ວມມືສາກົນ ຣາຊະອານາຈັກ ກຳປູເຈຍ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ

ທ່ານ U Kyaw Tin ລັດຖະມົນຕີກະຊວງການຮ່ວມມືກິດຈະການແຫ່ງຊາດ ສສ.ມຽນມາ

ທ່ານ Don Pramudwinai ລັດຖະມົນຕີກະຊວງການຕ່າງປະເທດ ຣາຊະອານາຈັກໄທ

ທ່ານ Pham Binh Minh ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສສ. ຫວຽດນາມ

 

ໝາກຜົນກອງປະຊຸມ

ກອງປະຊຸມໄດ້ຮັບຮອງຜ່ານເອກະສານ 3 ສະບັບ: “ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດ ຖະມົນຕີການຕ່າງປະເທດຄັ້ງທີ 2 ”, “ຕາຕະລາງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໝາກຜົນຕົ້ນຕໍຂອງກອງປະຊຸມຜູ້ນຳຄັ້ງທີ 1 ແລະ “ຫຼັກການຂອງການສ້າງຕັ້ງໜ່ວຍງານການເຮັດວຽກຮ່ວມໃນຂົງ ເຂດບູລິມະສິດ”.

 

ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຄັ້ງທີ 3

ວັນທີ 15 ທັນວາ 2017 ທີ່ຕ້າຫຼີ ຢູນນານ ສປ ຈີນ

ລັດຖະມົນຕີການຕ່າງປະເທດຂອງຫົກປະເທດ:

ທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ

ທ່ານ Prak Sokhonn ລັດຖະມົນຕີກະຊວງກິດຈະການແຫ່ງຊາດ ການຕ່າງປະເທດແລະການຮ່ວມມືສາກົນ ຣາຊະອານາຈັກ ກຳປູເຈຍ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ

ທ່ານ U Kyaw Tin ລັດຖະມົນຕີກະຊວງການຮ່ວມມືສາກົນ ສສ.ມຽນມາ

ທ່ານ Don Pramudwinai ລັດຖະມົນຕີກະຊວງການຕ່າງປະເທດ ຣາຊະອານາຈັກໄທ

ທ່ານ Pham Binh Minh ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສສ.ຫວຽດນາມ

 

ໝາກຜົນກອງປະຊຸມ

ກອງປະຊຸມໄດ້ຜ່ານ“ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 3”, ໄດ້ຕົກລົງຈະຍື່ນ “ແຜນປະຕິບັດງານ 5 ປີຂອງLMC (2018-2022) ໃຫ້ກອງປະຊຸມຜູ້ນຳຄັ້ງທີ 2ເພື່ອພິຈາລະນາ, ໄດ້ສ້າງຕັ້ງ“ເວທີຂໍ້ມູນຂ່າວສານສາຍດ່ວນ LMC”, ໄດ້ປະກາດ“ບັນຊີລາຍຊື່ໂຄງການທີ່ສະໜັບສະໜູນໂດຍກອງທຶນສະເພາະກິດຂອງ LMC ປະຈໍາປີ 2017”, ໄດ້ແຈກຢາຍ “ບັນຊີລາຍຊື່ຂອງໝາກຜົນຕົ້ນຕໍຂອງກອງປະຊຸມຜູ້ນໍາຄັ້ງທີ 1 ແລະການຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມລັດຖະ ມົນຕີການຕ່າງປະເທດຄັ້ງທີ 2”.

 

ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຄັ້ງທີ 4

ວັນທີ 17 ທັນວາ 2018 ທີ່ ຫຼວງພະບາງ ສປປ ລາວ

ລັດຖະມົນຕີການຕ່າງປະເທດຂອງ ຫົກປະເທດ:

ທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ

ທ່ານ Hor Namhong ຮອງນາຍົກລັດຖະມົນຕີ ຣາຊະອານາຈັກ ກຳປູເຈຍ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ

ທ່ານ U Kyaw Tin ລັດຖະມົນຕີກະຊວງການຮ່ວມມືສາກົນ ສສ. ມຽນມາ

ທ່ານ Don Pramudwinai ລັດຖະມົນຕີກະຊວງການຕ່າງປະເທດ ຣາຊະອານາຈັກໄທ

ທ່ານ Pham Binh Minh ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສສ.ຫວຽດນາມ

 

ໝາກຜົນກອງປະຊຸມ

ກອງປະຊຸມໄດ້ຜ່ານ“ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 4”, ໄດ້ແຈກຢາຍ “ບົດລາຍງານຄວາມຄືບໜ້າປະຈໍາປີ 2018 ຂອງແຜນປະຕິບັດງານ 5 ປີ ຂອງLMC’, “ບັນຊີລາຍຊື່ໂຄງການທີ່ສະໜັບສະໜູນໂດຍກອງທຶນສະເພາະກິດຂອງ LMC ປະຈໍາປີ 2018” ແລະ “ບົດລາຍງານການຄົ້ນຄວ້າກ່ຽວກັບເຂດພັດທະນາເສດຖະກິດຢູ່ລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ”ທີ່ໄດ້ ຂຽນໂດຍຄັງຄວາມຮູ້ປັນຍາປະດິດຂອງຫົກປະເທດ ທັງໄດ້ປະກາດບົດເພງກອງປະຊຸມ LMC.

 

ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຄັ້ງທີ 5

ວັນທີ 20 ກຸມພາ 2020 ທີ່ ວຽງຈັນ ສປປລາວ

ລັດຖະມົນຕີການຕ່າງປະເທດຂອງ ຫົກປະເທດ

ທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ

ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນ ຣາຊະອານາຈັກ ກຳປູເຈຍ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ

ທ່ານ U Kyaw Tin ລັດຖະມົນຕີກະຊວງການຮ່ວມມືສາກົນ ສສ.ມຽນມາ

ທ່ານ Don Pramudwinai ລັດຖະມົນຕີກະຊວງການຕ່າງປະເທດ ຣາຊະອານາຈັກໄທ

ທ່ານ Pham Binh Minh ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສສ.ຫວຽດນາມ

 

ໝາກຜົນກອງປະຊຸມ

ກອງປະຊຸມໄດ້ຜ່ານ“ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 5”, ໄດ້ແຈກຢາຍ “ບົດລາຍງານຄວາມຄືບໜ້າປະຈໍາປີ 2019 ຂອງແຜນປະຕິບັດງານ 5 ປີ ຂອງLMC’, “ບັນຊີລາຍຊື່ໂຄງການທີ່ສະໜັບສະໜູນໂດຍກອງທຶນສະເພາະກິດຂອງ LMC ປະຈໍາປີ 2020”, “ຕາຕະລາງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການທີ່ສະໜັບສະໜູນໂດຍກອງທຶນສະເພາະກິດຂອງ LMC ປະຈໍາປີ 2018” ແລະ “ບົດສະເໜີກ່ຽວກັບການສ້າງເຂດພັດທະນາເສດຖະກິດຢູ່ລ້ອງແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຮ່ວມກັນ”.