ນະ​ຄອນຫຼວງ​ບາງກອກ​ຈະ​ເປີດ​ສະ​ຖານ​ທີ່ 5 ປະ​ເພດ

CRI, June 15, 2021
Size:

ຕອນຄ່ຳວັນທີ 12 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ເປີດເຜີຍໃນສື່ສັງຄົມອອນລາຍຂອງຕົນວ່າ: ນະຄອນຫຼວງບາງກອກຂອງໄທ ທີ່ປະສົບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງເປັນຮອບທີ 3 ນັ້ນຈະເປີດສະຖານທີ່ 5 ປະເພດ ເຊັ່ນ: ຫໍພິພິທະພັນ, ສວນສາທາລະນະ/ສວນພືດສາຊາດ, ຮ້ານເສີມຄວາມງາມ, ຮ້ານນວດ ແລະ ຮ້ານສັກລາຍ ແລະ ເສີມຄວາມງາມນິ້ວມື ເຊິ່ງຈະມີຜົນບັງຄັບໃຊ້ ແລະ ເລີ່ມປະຕິບັດແຕ່ວັນທີ 14 ມິຖຸນານີ້ເປັນຕົ້ນໄປ. ນອກນີ້, ເກາະພູເກັດ ທາງພາກໃຕ້ຂອງໄທຈະເປີດຮັບນັກທ່ອງທ່ຽວຕ່າງປະເທດຢ່າງເປັນທາງການແຕ່ວັນທີ 1 ກໍລະກົດໜ້ານີ້ເປັນຕົ້ນໄປ.

ທ່ານປະຍຸດ ຈັນໂອຊາກ່າວວ່າ: ລັດຖະບານໄທໄດ້ຕີລາຄາຕໍ່ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດແລ້ວໄດ້ທຳການຕັດສິນດັ່ງກ່າວ.

ນັບແຕ່ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ປະເທດໄທເປັນຮອບທີ 3 ໃນຕົ້ນເດືອນເມສາປີນີ້ເປັນຕົ້ນມາ, ພະຍາດໄດ້ແຜ່ລະບາດຢ່າງຮ້າຍແຮງຈົນເຖິງປັດຈຸບັນ, ໂດຍສະເພາະແມ່ນສະພາບການແຜ່ລະບາດຂອງພະຍາດຢູ່ນະຄອນຫຼວບາງກອກ ແລະ ເຂດອ້ອມຂ້າງໜັກໜ່ວງເປັນພິເສດ.