ເຈົ້າ​ໜ້​າ​ທີ່​ຫຼາຍ​ທ່ານ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19

CRI, June 15, 2021
Size:

      ກະຊວງສາທາລະນະສຸກກຳປູເຈຍແຈ້ງໃນວັນທີ 12 ມິຖຸນານີ້ວ່າ: ໃນມື້ດັ່ງກ່າວ, ຢູ່ກຳປູເຈຍໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຈຳນວນ 638 ກໍລະນີ, ຜູ້ໄດ້ຮັບການປິ່ນປົວຫາຍຂາດແລະອອກໂຮງໝໍແລ້ວເພີ່ມໃໝ່ຈຳນວນ 605 ຄົນ, ຜູ້ເສຍຊີວິດຍ້ອນເປັນພະຍາດເພີ່ມໃໝ່ 9 ຄົນ. ໃນຈຳນວນຜູ້ຖືກບົ່ງມະຕິນັ້ນ, ມີ 44 ກໍລະນີແມ່ນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຈາກຕ່າງປະເທດ, ມີ 594 ກໍລະນີແມ່ນຜູ້ເປັນພະຍາດທີ່ຕິດເຊື້ອຢູ່ເຂດຊຸມຊົນ.

      ນະຄອນຫຼວງພະນົມເປັນແມ່ນເຂດແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮ້າຍແຮງຄັ້ງນີ້, ເຈົ້າໜ້າທີ່ອຳນາດການປົກຄອງ 3 ທ່ານຂອງນະຄອນດັ່ງກ່າວໄດ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຕາມໆກັນ. ເພື່ອຄວບຄຸມການແຜ່ລະບາດຂອງພະຍາດ, ສຳນັກງານໃຫຍ່ອຳນາດການປົກຄອງນະຄອນຫຼວງຖືກປິດຢ່າງສຸກເສີນໃນວັນທີ 11 ມິຖຸນານີ້.

      ນອກນີ້, ຕາມຂ່າວທາງການໃຫ້ຮູ້ວ່າ: ໜ່ວຍງານວັກຊີນໂຄວິດ-19 ຂອງກະຊວງປ້ອງກັນປະເທດກຳປູເຈຍຈະໄປສັກວັກຊີນໂຄວິດ-19 ໃຫ້ປະຊາຊົນຢູ່ແຂວງສີຫານຸ, ແຂວງຄຳພົງ ສເປວ, ແຂວງຕາແກ້ວ, ແຂວງຄຳພົງ ຊາມ ແລະ ແຂວງສໄວ ເຣັງ ຈຳນວນ 1 ລ້ານຄົນແຕ່ວັນທີ 21 ມິຖຸນານີ້ເປັນຕົ້ນໄປ.