ເກາະ​ພູ​ເກັດ​ຂອງ​ໄທ​ຈະ​ເລີ່ມ​ເປີດ​ຮັບ​ນັກ​ທ່ອງ​ທ່ຽວ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້

CRI, June 11, 2021
Size:

ວັນທີ 2 ມິຖຸນານີ້, ທ່ານຍຸດທະສັກ ສຸພາສອນ ຫົວໜ້າກົມທ່ອງທ່ຽວແຫ່ງຊາດໄທກ່າວວ່າ: ກົມທ່ອງທ່ຽວແຫ່ງຊາດໄທພວມອອກແຮງຊຸກຍູ້ແຜນການທີ່ຈະໃຫ້ເກາະພູເກັດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດແບບຍົກເວັ້ນການກັກບໍລິເວນ.

ແຜນການດັ່ງກ່າວຈະເລີ່ມປະຕິບັດແຕ່ວັນທີ 1 ກໍລະກົດປີນີ້ເປັນຕົ້ນໄປ, ນັກທ່ອງທ່ຽວທີ່ມາຈາກປະເທດທີ່ມີຄວາມສ່ຽງປານກາງແລະຕ່ຳ ພ້ອມທັງໄດ້ສັກວັກຊິນໂຄວິດ-19 ຄົບ 2 ເຂັມແລ້ວ, ຫຼືມີໃບຢັ້ງຢືນຜົນການກວດຫາເຊື້ອພະຍາດໂຄວິດ-19 ເປັນຜົນລົບພາຍໃນ 7 ວັນ, ຈະສາມາດເຂົ້າເກາະພູເກັດແບບຍົກເວັ້ນການກັກບໍລິເວນ. ພາຍຫຼັງໄດ້ພັກຢູ່ເທິງເກາະເປັນເວລາ 7 ມື້ແລ້ວ, ນັກທ່ອງທ່ຽວທີ່ມີຜົນການກວດຫານິວຄະເລອິກເຊື້ອພະຍາດໂຄວິດ-19 ເປັນລົບນັ້ນຈະສາມາດໄປທ່ອງທ່ຽວຢູ່ເກາະພູເກັດ, ກະບີ ແລະ ພັງງາໄດ້.

ເຈົ້າໜ້າທີ່ກົມທ່ອງທ່ຽວແຫ່ງຊາດໄທເປີດເຜີຍໃຫ້ຮູ້ວ່າ: ເມື່ອຮອດເວລານັ້ນ, ຈະມີບໍລິສັດການບິນ 7 ແຫ່ງເປີດເສັ້ນທາງການບິນ 22 ຖ້ຽວຈາກເອີຣົບ, ເຂດຕາເວັນອອກກາງ ແລະ ອາຊີບິນໄປສູ່ເກາະພູເກັດ.