ກອງ​ປະຊຸມ​ລັດຖະມົນ​ຕີກະຊວງ​ການ​ຄ້າ APEC​ ຄັ້ງ​ທີ 27 ​ໄດ້​ບັນລຸ​ໝາກຜົນ 3 ຢ່າງ

CRI, June 11, 2021
Size:

ວັນທີ 7 ມິຖຸນານີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງກົມສາກົນກະຊວງການຄ້າຈີນກ່າວວ່າ: ໃນຖານະເປັນກິດຈະກຳລະດັບສູງຄັ້ງທຳອິດສຳລັບປີນີ້, ກອງປະຊຸມລັດຖະມົນຕີກະຊວງການຄ້າ APEC ຄັ້ງທີ 27 ໄດ້ປຶກສາຫາລືເຖິງບົດບາດດ້ານການຄ້າໃນການຮັບມືກັບພະຍາດໂຄວິດ-19 ແລະຊຸກຍູ້ການຟື້ນຟູເສດຖະກິດ, ກອງປະຊຸມໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນຫຼາຍຢ່າງ ເຊິ່ງຈະເປັນໝາກຜົນດ້ານເສດຖະກິດ-ການຄ້າສຳລັບກອງປະຊຸມຜູ້ນຳ APEC ປີນີ້ນັ້ນກໍຄື:.

ໜຶ່ງ, ໄດ້ເນັ້ນໜັກວ່າການຄ້າຄວນເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າເຂົ້າໃນການຮັບມືກັບພະຍາດໂຄວິດ-19 ແລະການຟື້ນຟູເສດຖະກິດ. ປະເທດສະມາຊິກAPECຈະຮັກສາສະພາບແວດລ້ອມດ້ານການຄ້າທີ່ເປີດກວ້າງ, ດຳເນີນການຮ່ວມມືເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະການຮ່ວມມືດ້ານການບໍລິການ, ເຮັດໃຫ້ຕ່ອງໂສ້ການສະໜອງວັກຊີນມີຄວາມຮັບປະກັນ, ສົ່ງເສີມການເຂົ້າເຖິງວັກຊີນ ແລະລາຄາທີ່ສາມາດຊີ້ໄດ້, ຊຸກຍູ້ການສັກຢາວັກຊີນຢ່າງກວ້າງຂວາງ.

ສອງ, ສົ່ງສັນຍານເພື່ອສະໜັບສະໜູນລະບຽບການຄ້າຫຼາຍຝ່າຍ. ລວມທັງການເພີ່ມທະວີອິດທິພົນ ແລະປະສິດທິຜົນຂອງລະບຽບການຄ້າຫຼາຍຝ່າຍ, ດຳເນີນການປຶກສາຫາລືເພື່ອບັບປຸງບົດບາດຂອງອົງການການຄ້າໂລກໃນການແກ້ໄຂຂໍ້ຂັດແຍ້ງ ແລະການເຈລະຈາດ້ານການຄ້າໂລກ, ຊຸກຍູ້ໃຫ້ຂໍ້ລິເລີ່ມດ້ານການຄ້າເອເລັກໂຕຣນິກ, ວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະຂະໜາດຍ່ອມ, ການສ້າງຄວາມສະດວກດ້ານການລົງທຶນ ແລະອື່ນໆໃຫ້ປະສົບຜົນສຳເລັດຢ່າງຕັ້ງໜ້າ, ເລັ່ງລັດການປຶກສາຫາລືກ່ຽວກັບການຍົກເລີກຊັບສິນທາງປັນຍາຂອງວັກຊີນເປັນການຊົ່ວຄາວ.

ສາມ, ເນັ້ນໜັກຄືນການຊຸກຍູ້ຂະບວນການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນດ້ານເສດຖະກິດຂອງພາກພື້ນ. ເລັ່ງລັດການສ້າງເຂດການຄ້າເສລີອາຊີ-ປາຊີຟິກ, ຊຸກຍູ້ການເຊື່ອມຈອດກັນດ້ານເສດຖະກິດຂອງພາກພື້ນໃຫ້ເລິກເຊິ່ງຕື່ມອີກ.