ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຈັດຂຶ້ນທີ່ເມືອງຈົງຊິ້ງສປຈີນ

lmcchina.org, June 10, 2021
Size:

ໃນວັນທີ 8 ມິຖຸນາ 2021, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ(LMC) ຄັ້ງທີ 6 ໄດ້ຈັດຂຶ້ນຢູ່ທີ່ກໍາແພງນະຄອນຈົງຊິ້ງ(Chongqing)ສປຈີນໂດຍ ການເປັນປະທານຮ່ວມຂອງທ່ານ ຫວັງອີ້ (Wang Yi) ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດສປຈີນ ແລະທ່ານ Wanna Making Lwin ລັດຖະມົນຕີກະຊວງການຕ່າງປະເທດມຽນມາ. ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປລາວ, ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ, ທ່ານ Don Pramudwinai  ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດໄທ ແລະ ທ່ານ Bui Thanh Son ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ສຸມໃສ່ຫົວຂໍ້ “ສາມັກຄີຕ້ານການແພ່ລະບາດພະຍາດໂຄວິດ 19, ຮ່ວມກັນຊຸກຍູ້ການພັດທະນາຫຼັງພະຍາດລະບາດ” ທົບທວນຄວາມຄືບໜ້າຂອງ LMC, ທັງໄດ້ສະຫຼຸບບົດຮຽນທີ່ມີຄ່າໃນ 5 ປີທີ່ຜ່ານມາ ແລະວາງແຜນຈຸດສຸມຂອງການຮ່ວມມືໃນໄລຍະຕໍ່ໜ້າ.

ກອງປະຊຸມໄດ້ຜ່ານເອກະສານທີ່ໄດ້ບັນລຸຄວາມເຫັນເປັນເອກະພາບກັນເຊັ່ນ: “ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືໃນການພັດທະນາແບບຍືນຍົງຂອງບັນດາປະເທດ LM”, “ຂໍ້ລິເລີ່ມກ່ຽວກັບການລົງເລິກການຮ່ວມມືທ້ອງຖິ່ນໃນບັນດາປະເທດ LM” ແລະ “ຖະແຫຼງການຮ່ວມກ່ຽວກັບການລົງເລິກການຮ່ວມມືດ້ານຢາພື້ນເມືອງພາຍໃຕ້ຂອບການຮ່ວມມື LM”; ກອງປະຊຸມຍັງໄດ້ແຈກຢາຍບົດລາຍງານການຄົ້ນຄວ້າແລະເອກະສານຕ່າງໆ ເຊັ່ນ: “ບົດລາຍງານຄວາມຄືບໜ້າປະຈຳປີ 2020 ຂອງ ແຜນດໍາເນີນງານຫ້າປີຂອງ LMC”, “ບົດລາຍງານການຄົ້ນຄວ້າຮ່ວມຂອງການຮ່ວມມືໃນການເຊື່ອມຕໍ່ລະຫວ່າງເຂດພັດທະນາເສດຖະກິດລ້ອງ LM ກັບ ເສັ້ນທາງການຄ້າສາກົນສາຍໃໝ່ທາງບົກ ແລະ ທາງທະເລ”, ບັນຊີລາຍຊື່ໂຄງການສະໜັບສະໜູນກອງທຶນສະເພາະກິດຂອງ LMC ປະຈໍາປີ 2021”, “ເວທີຂໍ້ມູນຂ່າວສານສາຍດ່ວນ LMC”. ຝ່າຍຈີນຍັງໄດ້ແຈກຢາຍເອກະສານ “ລາຍການເຈດຈໍານົງໃນການຮ່ວມມືລະຫວ່າງບັນດາແຂວງທີ່ກ່ຽວຂ້ອງຂອງຈີນກັບອໍານາດການປົກຄອງທ້ອງຖິ່ນຂອງປະເທດແມ່ນໍ້າຂອງ” ແລະ “ມາດຕະການເບື້ອງຕົ້ນຂອງຈີນໃນການຊຸກຍູ້ການເຊື່ອມຕໍ່ລະຫວ່າງເຂດພັດທະນາເສດຖະກິດລ້ອງ LM ກັບ ເສັ້ນທາງສາຍໃໝ່ທາງບົກ ແລະ ທາງທະເລ”.

ກ່ອນກອງປະຊຸມ, ທ່ານ ຫວັງອີ້ ໄດ້ຮ່ວມກັບລັດຖະມົນຕີການຕ່າງປະເທດຂອງ 5 ປະເທດໄປຢ້ຽມຊົມງານວາງສະແດງຜົນສຳເລັດຂອງ LMC ພ້ອມທັງເຂົ້າຮ່ວມພິທີເປີດເວັບໄຊທີ່ປັບປຸງໃໝ່ ຂອງ ກອງເລຂາການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຝ່າຍຈີນ.