ສຳເລັດວຽກການເຈາະອຸມົງ 167 ແຫ່ງຕະຫຼອດເສັ້ນ ທາງລົດໄຟລາວ-ຈີນ

Yunnan Gateway, June 10, 2021
Size:

ຕອນບ່າຍຂອງວັນທີ 5 ເດືອນມິຖຸນາ, ອຸມົງຈີງຈ້າຍ ຂອງເສັ້ນທາງລົດໄຟລາວ-ຈີນ (ຈາກນະຄອນຄຸນໝິງໄປຮອດນະຄອນຫຼວງວຽງຈັນ) ໄດ້ສຳເລັດການເຈາະຊອດຢ່າງປອດໄພ. ຮອດປັດຈຸບັນ, ໄດ້ສຳເລັດວຽກການເຈາະອຸມົງ 167 ແຫ່ງຂອງເສັ້ນທາງລົດໄຟລາວ-ຈີນຕະຫຼອດເສັ້ນ.

ອຸມົງຈີງຈ້າຍ ຕັ້ງຢູ່ເຂດແດນນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ, ມີຄວາມຍາວຕະຫຼອດເສັ້ນ 9,5 ກິໂລແມັດ, ຄວາມໄວການແລ່ນລົດ 160 ກິໂລແມັດຕໍ່ໜຶ່ງຊົ່ວໂມງ, ເປັນອຸມົງເສັ້ນດ່ຽວ, ຫຼັງຈາກສຳເລັດວຽກກໍ່ສ້າງ ແລະ ເປີດນຳໃຊ້ບໍລິການ ລົດໄຟທີ່ຜ່ານອຸມົງນີ້ຈະໃຊ້ເວລາພຽງແຕ່ 4 ນາທີ.

ໃນບ່ອນທີ່ອຸມົງຜ່ານໄປ, ມີໂຄງສ້າງທໍລະນີສາດອັນສັບຊ້ອນ, ໃນການກໍສ້າງພົບຄວາມຫຍຸ້ງຍາກລຳບາກຫຼາຍ, ກໍໄດ້ມີການຈັດວາງພະນັກງານຢ່າງຫຼວງຫຼາຍ ແລະ ຮັບປະກັນໃນດ້ານອຸປະກອນ, ເພື່ອໃຫ້ແນ່ໃຈວ່າການກໍ່ສ້າງອຸມົງມີຄວາມກ້າວໜ້າຢ່າງປອດໄພ ແລະ ໝັ້ນທ່ຽງ.

ມາຮອດປັດຈຸບັນນີ້, ຕອນພາຍໃນປະເທດຈີນຂອງເສັ້ນທາງລົດໄຟລາວ-ຈີນມີຄວາມກ້າວໜ້າເປັນສະດວກ, ພື້ນຖານທາງ, ຂົວໄດ້ສຳເລັດວຽກທັງໝົດ, ຫ້ອງສະຖານີ 11 ຫ້ອງໄດ້ເຂົ້າສູ່ໄລຍະຕົບແຕ່ງ, ໂຄງການປູຮາງໄດ້ສຳເລັດວຽກ 95% ຂຶ້ນໄປ.

ມາຈາກ: ເວັບໄຊຢຸນນານ

ນັກຂ່າວ: ຊ້າຝ່າງຫາຍ ຈ່າງເຫວີຍໝິງ