ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ

CRI, June 10, 2021
Size:

ທ່ານຫວາງຢີ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ_fororder_cb8065380cd79123081e56039934f98ab3b780d0

ວັນທີ 8 ມິຖຸນານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວທີ່ພວມໄປຢ້ຽມຢາມເຮັດວຽກຢູ່ກຳແພງນະຄອນຈຸ່ງກິ່ງ.

ທ່ານຫວາງຢີ້ກ່າວວ່າ, ປີນີ້ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ, ທັງແມ່ນປີທີ່ຈີນ ແລະ ລາວສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ, ທັງເປັນປີມິດຕະພາບຈີນ-ລາວ. ເມື່ອຫວນຄືນປະຫວັດສາດແຫ່ງການໄປມາຫາສູ່ກັນລະຫວ່າງສອງພັກ ສອງລັດ, ສອງຝ່າຍໄດ້ມີອຸດົມການດຽວກັນ ແລະ ຊ່ວຍຊູຍູ້ໜູນກັນ, ມິດຕະພາບອັນເປັນມູນເຊື້ອໄດ້ຍົກລະດັບໃຫ້ສູງຂຶ້ນເລື້ອຍໆ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກໍນັບມື້ນັບກ້າວສູ່ລວງເລິກ, ຖືວ່າເປັນແບບຢ່າງທີ່ດີໃນການສ້າງຄູ່ຮ່ວມຊາຕາກຳ.

ທ່ານຫວາງຢີ້ກ່າວຕື່ມວ່າ, ສອງຝ່າຍຄວນເພີ່ມທະວີການເຊື່ອມຈອດຍຸດທະສາດການພັດທະນາຕື່ມອີກ, ເສີມຂະຫຍາຍບົດບາດນຳໜ້າຂອງແລວເສດຖະກິດຈີນ-ລາວ, ສ້າງຈຸດເຕີບໂຕອັນໃໝ່ພາຍໃຕ້ສະພາບການຂອງການແຜ່ລະບາດຂອງພະຍາດໂຄວິດ-19. ຈີນຍິນດີແບ່ງປັນໂອກາດທີ່ເກີດຈາກການເປີດກວ້າງຕະຫຼາດພາຍໃນປະເທດຂອງຈີນຮ່ວມມກັບປະເທດລາວ, ນຳເຂົ້າຜະລິດຕະພັນທີ່ມີທ່າແຮງຂອງລາວໃຫ້ຫຼາຍກວ່າເກົ່າ. ທາງລົດໄຟຈີນ-ລາວແມ່ນໂຄງການແບບຢ່າງໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ແລະແມ່ນສັນຍາລັກຂອງມິດຕະພາບຈີນ-ລາວ, ຄວນສຸມຄວາມພະຍາຍາມຮ່ວມກັນ ເພື່ອຮັບປະກັນໃຫ້ການກໍ່ສ້າງສຳເລັດຕາມເວລາກຳນົດ, ພ້ອມດຽວກັນນີ້ ກໍຄວນເລັ່ງລັດອອກແບບການພັດທະນາລຽບຕາມເສັ້ນທາງລົດໄຟ, ເພື່ອເສີມຂະຫຍາຍປະສິດທິຜົນສັງລວມຂອງທາງລົດໄຟດັ່ງກ່າວ.

ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ, ພັກ ແລະ ລັດຖະບານລາວຍິນດີຖອດຖອນບົດຮຽນນຳຈີນ ເພື່ອຊຸກຍູ້ການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງຢູ່ໃນປະເທດລາວ. ລາວເຫັນດີຖະນຸຖະໜອມ ແລະເຊີດຊູຄ່ານິຍົມອາຊີ. ອະລິຍະທຳອາຊີມີປະຫວັດສາດອັນຍາວນານ, ພວກເຮົາຄວນສ້າງຄວາມໝັ້ນໃຈຕໍ່ອະລິຍະທຳຂອງຕົນ, ປະກອບສ່ວນອັນໃໝ່ເຂົ້າໃນຄວາມກ້າວໜ້າຂອງມວນມະນຸດ.