​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ສະ​ດວກ​ທັງ​ສາ​ມາດຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ແບບ​ບໍ່​ຟ້າວ​ບໍ່​ຟັ່ງ

CRI, June 9, 2021
Size:

ຈີນມີຄວາມໝັ້ນໃຈແລະໄດ້ນຳໃຊ້ມາດຕະການໃຫ້ສອບເສັງເຂົ້າມະຫາວິທະຍາໄລທີ່ມີຄວາມສະດວກທັງສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແບບບໍ່ຟ້າວບໍ່ຟັ່ງ_fororder_106b-iwasyeh9958405

      ວັນທີ 7 ມິຖຸນານີ້, ການສອບເສັງເຂົ້າມະຫາວິທະຍາໄລທົ່ວປະເທດຈີນປີ 2021 ໄດ້ເລີ່ມຂຶ້ນຢ່າງເປັນທາງການ, ມີນັກຮຽນຈຳນວນ 10,78 ລ້ານຄົນໄດ້ເດີນທາງໄປສະຖານທີ່ສອບເສັງ,ເພື່ອເຂົ້າຮ່ວມການສອບເສັງຄັ້ງໃຫຍ່ໃນເສັ້ນທາງຊີວິດຂອງຕົນ. ການໃຊ້ມາດຕະການແນວໃດເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ສະຖານທີ່ສອບເສັງ, ແຫ່ງຕ່າງໆຂອງຈີນໄດ້ເຮັດຫຍັງຫຼາຍແດ່ເພື່ອໃຫ້ການຮັບປະກັນແກ່ນັກຮຽນໃນການເຂົ້າຮ່ວມການສອບເສັງຄັ້ງນີ້.ພວກເຮົາຈະໄດ້ເຫັນວ່າ:ນອກຈາກໃຊ້ມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຈຳເປັນໃນຮູບແບບຕ່າງໆຢູ່ແຫ່ງຕ່າງໆແລ້ວເຊັ່ນ: ການສັກວັກຊີນໂຄວິດ-19, ການວັດແທກອຸນຫະພູມຮ່າງກາຍແລະມາດຕະການອື່ນໆແລ້ວ, ຍັງມີມາດຕະການໃຫ້ກຳລັງໃຈໃນແບບຕ່າງໆອີກດ້ວຍເຊິ່ງໄດ້ສ້າງບັນຍາກາດທີ່ດີໃຫ້ກັບນັກຮຽນທີ່ເຂົ້າຮ່ວມການສອບເສັງຄັ້ງນີ້.

ຈີນມີຄວາມໝັ້ນໃຈແລະໄດ້ນຳໃຊ້ມາດຕະການໃຫ້ສອບເສັງເຂົ້າມະຫາວິທະຍາໄລທີ່ມີຄວາມສະດວກທັງສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແບບບໍ່ຟ້າວບໍ່ຟັ່ງ_fororder_f31fbe096b63f624a18bbd41a88b76f0184ca3f2

      ຫວ່າງມໍ່ໆມານີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນກວາງໂຈ່ວໄດ້ເຮັດໃຫ້ຄົນເປັນຫ່ວງຫຼາຍ, ອຳນາດການປົກຄອງນະຄອນກວາງໂຈ່ວໄດ້ອອກມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງຕັ້ງໜ້າ, ເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປຢ່າງສະດວກ. ຢູ່ຫ້ອງກັກບໍລິເວນຄົນເຈັບຂອງໂຮງໝໍເລກ 8 ຂອງນະຄອນກວາງໂຈ່ວທີ່ຂຶ້ນກັບມະຫາວິທະຍາໄລການແພດກວາງໂຈ່ວກໍໄດ້ຈັດໃຫ້ມີສະຖານທີ່ສອບເສັງພິເສດ,ເຊິ່ງໄດ້ເຮັດໃຫ້ຄົນຮູ້ສຶກອຸ່ນໃຈຫຼາຍ. ນັກຂ່າວໄດ້ຮັບຊາບວ່າ:ປັດຈຸບັນ, ໂຮງໝໍດັ່ງກ່າວໄດ້ຮັບປິ່ນປົວນັກຮຽນທີ່ເຂົ້າຮ່ວມການສອບເສັງສອງຄົນຄື:ນັກຮຽນທີ່ເປັນພະຍາດໂຄວິດ-19 ທີ່ບໍ່ສະແດງອາການ ອາຍຸ 17 ປີຄົນໜຶ່ງແລະນັກຮຽນເປັນໄຂ້ອີກຄົນໜຶ່ງ. ເພື່ອເຮັດໃຫ້ນັກຮຽນສອງຄົນນີ້ສາມາດເຂົ້າຮ່ວມການສອບເສັງໄດ້ຕາມເວລາກຳນົດ, ໂຮງໝໍໄດ້ເປີດຫ້ອງສຳລັບຄົນເຈັບ 4 ຫ້ອງເພື່ອໃຊ້ເປັນສະຖານທີ່ສອບເສັງເປັນການສະເພາະ.ແຕ່ລະຫ້ອງມີໂຕະແລະຕັ່ງສຳລັບ 1 ຄົນ, ຢູ່ໃນຫ້ອງຍັງໄດ້ຕິດຕັ້ງກ້ອງວົງຈອນປິດຄວາມລະອຽດສູງ, ອັດສຽງແລະຖ່າຍວິດີໂອໃນທຸກເວລາ, ຮັບປະກັນການຕິດຕາມພາບໃນໄລຍະການສອບເສັງ ແລະເຮັດໃຫ້ການສອບເສັງດຳເນີນໄປຢ່າງສະດວກ.

ຈີນມີຄວາມໝັ້ນໃຈແລະໄດ້ນຳໃຊ້ມາດຕະການໃຫ້ສອບເສັງເຂົ້າມະຫາວິທະຍາໄລທີ່ມີຄວາມສະດວກທັງສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແບບບໍ່ຟ້າວບໍ່ຟັ່ງ_fororder_e77337cba81f477aa06fc97dabe2c36b

      ສຳລັບນັກຮຽນທີ່ເຂົ້າຮ່ວມການສອບເສັງເຂົ້າມະຫາວິທະຍາໄລທີ່ມາຈາກເມື່ອງອື່ນ 16 ຄົນທີ່ຄ້າງຢູ່ອ່າວລີ້ວ່ານນະຄອນກວາງໂຈ່ວ, ຝ່າຍນະຄອນກວາງໂຈ່ວກໍໄດ້ວາງແຜນການເຮັດວຽກທີ່ກ່ຽວຂ້ອງໃຫ້ດີ,ໃຊ້ມາດຕະການຮັບປະກັນສຳລັບນັກຮຽນ 16 ຄົນນີ້, ລ້ວນແຕ່ຄືກັນກັບນັກຮຽນຄົນອື່ນໆທີ່ເຂົ້າຮ່ວມການສອບເສັງທີ່ມາຈາກທ້ອງຖິ່ນທັງໝົດ. ບໍ່ວ່າຈະແມ່ນນັກຮຽນຈາກນະຄອນກວາງໂຈ່ວຫຼືນັກຮຽນຈາກຕ່າງຖິ່ນ, ກໍ່ໃຫ້ສາມາດເຂົ້າຮ່ວມການສອບເສັງໄດ້ທັງໝົດໂດຍບໍ່ເຫຼືອຄ້າງໃຜຈັກຄົນ.

ຈີນມີຄວາມໝັ້ນໃຈແລະໄດ້ນຳໃຊ້ມາດຕະການໃຫ້ສອບເສັງເຂົ້າມະຫາວິທະຍາໄລທີ່ມີຄວາມສະດວກທັງສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແບບບໍ່ຟ້າວບໍ່ຟັ່ງ_fororder_ccd07047ba7b46fda3e2063ca333bdc0

      ເພື່ອຈັດຕັ້ງປະຕິບັດວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ໃນການສອບເສັງເຂົ້າມະຫາວິທະຍາໄລໃນປີນີ້, ນະຄອນຊຸ້ນເຕີແຂວງກວາງຕຸ້ງໄດ້ດຳເນີນການກວດກາສຸຂະພາບນັກຮຽນແລະພະນັກງານຮັບຜິດຊອບການສອບເສັງທັງໝົດ,ພ້ອມທັງຮັບປະກັນໃຫ້ພະນັກງານຮັບຜິດຊອບການສອບເສັງໄດ້ສັກວັກຊີນທັງໝົດ, ກວດ ນິວຄລິອິກໃຫ້ໄດ້ 100%. ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ໃນການສອບເສັງເຂົ້າມະຫາວິທະຍາໄລທີ່ນະຄອນຊຸ້ນເຕີໃນປີນີ້ຍັງໄດ້ຈັດໃຫ້ມີສະຖານທີ່ສຳຮອງທີ່ໃຊ້ເປັນສະຖານທີ່ສອບເສັງແບບກັກບໍລິເວນ 30 ແຫ່ງ, ຈຸດສຳຮອງສອບເສັງແບບກັກບໍລິເວນສຳຮອງ 3 ຈຸດ. ສິ່ງທີ່ໜ້າສົນໃຈແມ່ນ, ຍ້ອນວ່າໂຮງຮຽນທີ່ເປັນຈຸດສອບເສັງບາງແຫ່ງໄດ້ປະຕິບັດມາດຕະການປິດບໍລິເວນໃນໄລຍະສອບເສັງ, ສະນັ້ນຢູ່ໂຮງຮຽນມັດທະຍົມເລກ 1 ຊຸ້ນເຕີ, ຄູສອນທີ່ເປັນສະມາຊິກພັກແລະຄູສອນໄວລຸ້ນຈຳນວນໜຶ່ງໄດ້ເລືອກພັກຢູ່ໃນໂຮງຮຽນດ້ວຍຄວາມສະໝັກໃຈເພື່ອເຮັດໃຫ້ການສອບເສັງຂອງນັກຮຽນມີການຮັບປະກັນແຕ່ຕົ້ນຈົນຈົບ. ນອກນີ້, ເພື່ອໃຫ້ການເສັງເຂົ້າມະຫາວິທະຍາໄລຂອງນັກຮຽນມີຄວາມອົບອຸ່ນ, ໂຮງຮຽນທີ່ເປັນຈຸດສອບເສັງຍັງໄດ້ເພີ່ມການສະໜອງອາຫານທີ່ມີທາດບຳລຸງໃຫ້ນັກຮຽນ,ໃຫ້ຄຳປຶກສາທາງດ້ານຈິດໃຈແລະອື່ນໆແກ່ນັກຮຽນອີກດ້ວຍ.

ຈີນມີຄວາມໝັ້ນໃຈແລະໄດ້ນຳໃຊ້ມາດຕະການໃຫ້ສອບເສັງເຂົ້າມະຫາວິທະຍາໄລທີ່ມີຄວາມສະດວກທັງສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແບບບໍ່ຟ້າວບໍ່ຟັ່ງ_fororder_c83d70cf3bc79f3d8acfae2d8bc65219728b2974

      ນັກຮຽນທີ່ສະເໜີຊື່ເຂົ້າຮ່ວມການເສັງເຂົ້າມະຫາວິທະຍາໄລຈຳນວນ 10,78 ລ້ານຄົນໃນຄັ້ງນີ້ອາດຖືໄດ້ວ່າເປັນການສອບເສັງທີ່ລຳບາກທີ່ສຸດຢູ່ໃນໂລກ,ເຊິ່ງເປັນການເຕົ້າໂຮມຄົນຈຳນວນຫຼວງຫຼາຍທີ່ສຸດນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ນັກຮຽນຫຼາຍກວ່າສິບລ້ານຄົນໄດ້ເຂົ້າຮ່ວມການສອບເສັງຢູ່ຈຸດສອບເສັງປະມານ 7 ພັນແຫ່ງໃນທົ່ວປະເທດຈີນ. ແຕ່ລະແຫ່ງກໍ່ໄດ້ຮັບປະກັນໃຫ້ການສອບເສັງດຳເນີນໄປຢ່າງສະດວກໂດຍຜ່ານການໃຊ້ມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນຕົນ, ມາດຕະການໃຫ້ກຳລັງໃຈໃນແບບຕ່າງໆສາມາດຫຼຸດຜ່ອນຄວາມກົດດັນຂອງນັກຮຽນທັງຫຼາຍໃນເວລາເຂົ້າຮ່ວມການສອບເສັງຄັ້ງໃຫຍ່ໃນຊີວິດຕົນໄດ້ເປັນຢ່າງດີ. ນີ້ໄດ້ສະແດງໃຫ້ເຫັນເຖິງການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຈີນໄດ້ເຂົ້າສູ່ສະພາບປົກກະຕິ, ໂດຍຜະເຊີນໜ້າກັບສະພາບການທີ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບາງຕົວເມືອງ, ປະເທດຈີນລ້ວນແຕ່ສາມາດຮັບມືແບບບໍ່ຟ້າວ ຟັ່ງ ເຊິ່ງໄດ້ສະແດງໃຫ້ເຖິງຄວາມໝັ້ນໃຈຕົນເອງຂອງຈີນໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຜະລິດແລະຊີວິດການເປັນຢູ່ທາງສັງຄົມມີສະພາບປົກກະຕິ.