ການ​ລົງ​ເລິກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍໄດ້​ດີກວ່າ​ເກົ່າ

CRI, June 9, 2021
Size:

ວັນທີ 8 ມິຖຸນານີ້, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 6 ໄດ້ຈັດຂຶ້ນຢູ່ກຳແພງນະຄອນຈຸງກິ່ງປະເທດຈີນ. ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານອູວັນນະເມົາລຸຍ ລັດຖະມົນຕີກະຊວງການຕ່າງປະເທດມຽນມາໄດ້ເປັນປະທານຮ່ວມກັນ. ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ, ທ່ານປຣັກ ໂຊຄູນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ, ແລະທ່ານບຸຍແທ້ງເຊິ່ນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. 

ທ່ານຫວາງຢີ້ກ່າວເນັ້ນວ່າ, ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດ, ຈີນຈະຮ່ວມກັບປະເທດລຸ່ມແມ່ນ້ຳຂອງ, ຮ່ວມກັນຊົມໃຊ້ໂອກາດການພັດທະນາ, ຮ່ວມກັນຮັບມືກັບສິ່ງທ້າທາຍ, ສຸມຄວາມພະຍາຍາມເພື່ອກ້າວໄປສູ່ທິດທາງທີ່ສ້າງປະຊາຄົມຮ່ວມຊາຕາກຳປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນກອງປະຊຸມຄັ້ງນີ້ທ່ານໄດ້ມີຂໍ້ສະເໜີ 6 ຂໍ້ກ່ຽວກັບວຽກງານຈຸດສຸມໃນໄລຍະຕໍ່ໄປຄືດັ່ງນີ້:

ໜຶ່ງ, ລົງເລິກການຮ່ວມມືເພື່ອຕ້ານກັບພະຍາດໂຄວິດ -19. ຈີນຈະສືບຕໍ່ຊ່ວຍເຫຼືອວັກຊີນໂຄວິດ-19 ແລະອຸປະກອນປິ່ນປົວໃຫ້ແກ່ປະເທດລຸ່ມແມ່ນ້ຳຂອງ.

ສອງ, ຮ່ວມກັນຊຸກຍູ້ການຟື້ນຟູເສດຖະກິດຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ຄົ້ນຄວ້າເພື່ອເລັ່ງລັດການເຊື່ອມຕໍ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກັບ “ແລວທາງໃໝ່ທາງບົກ-ທາງທະເລ”, ໃຊ້ກອງທຶນສະເພາະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເພື່ອຊຸກຍູ້ 6 ປະເທດໃຫ້ສາມາດຟື້ນຟູເສດຖະກິດ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. 

ສາມ, ເປີດກວ້າງການຮ່ວມມືດ້ານຊັບພະຍາກອນນ້ຳ.

ສີ່, ຊຸກຍູ້ການຮ່ວມມືຕົວຈິງລະຫວ່າງທ້ອງຖິ່ນ. 

ຫ້າ, ຊຸກຍູ້ການເຊື່ອມສານຈິດໃຈປະຊາຊົນໃຫ້ສະໜິດສະໜົມກັນ. ຈີນຍິນດີສືບຕໍ່ແບ່ງປັນບົດຮຽນດ້ານການລຶບລ້າງຄວາມທຸກຍາກໃຫ້ກັບບັນດາປະເທດລຸ່ມແມ່ນ້ຳຂອງ, ເພີ່ມທະວີການຮ່ວມມືໃນຂົງເຂດຊັບພະຍາກອນມະນຸດ, ວັດທະນະທຳ, ການທ່ອງທ່ຽວ, ສື່ມວນຊົນ, ກິລາ, ວຽກງານແມ່ແລະເດັກ, ແລະອື່ນໆ. 

ຫົກ, ປັບປຸງກົນໄກຮ່ວມມືໃຫ້ສົມບູນຂຶ້ນຕື່ມ. ກຳນົດ “ແຜນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄລຍະ 5 ປີ(2023-2027)”. 

ລັດຖະມົນຕີກະຊວງການຕ່າງປະເທດຂອງບັນດາປະເທດທີ່ໄດ້ເຂົ້າຮ່ວມກອງປະຊຸມເຫັນວ່າ, ການລົງເລິກ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈະມີຜົນດີຕໍ່ການຮ່ວມກັນຮັບມືກັບສິ່ງທ້າທາຍໄດ້ດີກວ່າເກົ່າ. ແລະກ່າວຢືນຢັນວ່າ ຍິນດີຮ່ວມກັນຮັກສາທ່ວງທ່າທີ່ເຂັ້ມແຂງຂອງ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຕັ້ງໜ້າເຊື່ອມຕໍ່ຍຸດທະສາດການພັດທະນາ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງ ແລະການເຊື່ອມຈອດກັນ, ຊຸກຍູ້ການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າໃນຂົງເຂດການສຶກສາ, ວຽກງານຊາວໜຸ່ມ, ການຮ່ວມມືລະຫວ່າງທ້ອງຖິ່ນ ແລະຂົງເຂດອື່ນໆ, ເພີ່ມທະວີການແລກປ່ຽນ, ຖອດຖອນບົດຮຽນແລະຊ່ວຍຊູຍູ້ໜູນກັນ ກັບກົນໄກຮ່ວມມືພາກພື້ນ ແລະ ກົນໄກຮ່ວມມືອະນຸພາກພື້ນອື່ນໆ, ເພື່ອບັນລຸເປົ້າໝາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ.