ໄທ​ເລີ່ມ​ສັກ​ວັກ​ຊີນ​ໂຄວິດ-19ໃຫ້​ທົ່ວ​ປວງ​ຊົນ ມື້​ທຳ​ອິດ​ສັກ​ວັກ​ຊີນໄດ້ຫຼາຍ​ກວ່າ 3 ແສນ​ຄົນ

CRI, June 8, 2021
Size:

ວັນທີ 7 ມິຖຸນານີ້ແມ່ນມື້ທຳອິດທີ່ປະເທດໄທໄດ້ສັກວັກຊີນໂຄວິດ-19ໃຫ້ທົ່ວປວງຊົນ. ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກໄທ, ນັບມາຮອດເວລາ 16 ໂມງຂອງວັນທີ 7 ມິຖຸນານີ້, ຢູ່ແຂວງຕ່າງໆນອກຈາກນະຄອນຫຼວງບາງກອກ, ໄດ້ຈັດໃຫ້ມີຈຸດສັກວັກຊີນເກືອບ 1000 ຈຸດ, ແລະສາມາດສັກວັກຊີນໄດ້ທັງໝົດ 306580 ເຂັມ.

 

ນີ້ແມ່ນມື້ໜຶ່ງທີ່ໄທສັກວັກຊີນໄດ້ຫຼາຍທີ່ສຸດ ນັບແຕ່ໄທເລີ່ມດຳເນີນການສັກວັກຊີນໂຄວິດ-19 ເມື່ອທ້າຍເດືອນກຸມພາປີນີ້ເປັນຕົ້ນມາ.