ໄທ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ອີກ 2419 ຄົນ

CRI, June 8, 2021
Size:

    ວັນທີ 7 ມິຖຸນານີ້, ກະຊວງສາທາລະນະສຸກໄທໄດ້ໃຫ້ຮູ້ວ່າ, ຜູ້ເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ໃນມື້ດຽວມີເຖິງ 2419 ຄົນ, ໃນນັ້ນ ຜູ້ຕິດເຊື້ອເປັນໝູ່ຄະນະໃນຄຸກມີ 91 ກໍລະນີ. ລວມທັງໝົດແລ້ວ, ໄທມີຜູ້ເປັນພະຍາດໂຄວິດ-19 ຈຳນວນ 179.886 ຄົນ; ມີຜູ້ເສຍຊີວິດແລ້ວ 1269 ຄົນ.