ໂຄສົກກະຊວງການຕ່າງປະເທດຕອບຄຳຖາມຂອງນັກຂ່າວກ່ຽວກັບກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 6 ຂອງການຮ່ວມມື LM

lmcchina.org, June 7, 2021
Size:

ທ່ານ ຫວັງອີ້ (Wang Yi) ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີການຕ່າງປະເທດສປຈີນ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 6 ກ່ຽວກັບການຮ່ວມມືລະຫວ່າງປະເທດທີ່ຢູ່ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ແລະກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ສົນທະນາລະຫວ່າງຈີນ - ອາຊຽນຄົບຮອບ 30 ປີທີ່ຈະຈັດຂຶ້ນ ແຕ່ວັນທີ 7- 8 ຢູ່ທີ່ເມືອງ Chongqing. ທ່ານ Wang Wenbin ໂຄສົກກະຊວງການຕ່າງປະເທດ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບກອງປະຊຸມດັ່ງກ່າວໃນວັນທີ 6.

ມີນັກຂ່າວຖາມວ່າ: ທ່ານສາມາດສະເໜີສະພາບການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 6 ກ່ຽວກັບການຮ່ວມມື LM ບໍຝ່າຍຈີນຈະມີຄວາມຄອງຄອຍຫຍັງແດ່ ສຳລັບກອງປະຊຸມຄັ້ງນີ້

ທ່ານ Wang Wenbin ກ່າວວ່າ ການຮ່ວມມື LM ແມ່ນກົນໄກການຮ່ວມມືທີ່ສ້າງຂຶ້ນລະຫວ່າງຈີນກັບກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ເຊິ່ງແມ່ນກົນໄກການຮ່ວມມືແບບໃໝ່ຂອງອະນຸພາກພື້ນ ທີ່ປຶກສາຫາລືຮ່ວມກັນ ສ້າງຂຶ້ນຮ່ວມກັນ ແລະແບ່ງປັນໝາກຜົນຮ່ວມກັນ. ນັບຕັ້ງແຕ່ກົນໄກດັ່ງກ່າວສ້າງຕັ້ງຂຶ້ນມາ, ການຮ່ວມມື LM ກໍໄດ້ຮັບການພັດທະນາຢ່າງວ່ອງໄວ ແລະໄດ້ຮັບໝາກຜົນອັນພົ້ນເດັ່ນເຊິ່ງໄດ້ຊຸກຍູ້ເສດຖະກິດສັງຄົມຂອງຫົກປະເທດດັ່ງກ່າວໄດ້ຮັບການພັດທະນາຢ່າງມີປະສິດທິຜົນ ທັງໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນຂອງບັນດາປະເທດ.  ນັບແຕ່ປີກາຍເປັນຕົ້ນມາ, ພະຍາດໂຄວິດໄດ້ແພ່ລະບາດໃນທົ່ວໂລກຢ່າງຮ້າຍແຮງ, 6 ປະເທດດັ່ງກ່າວໄດ້ຮ່ວມແຮງຮ່ວມຈິດຮ່ວມໃຈກັນເພື່ອຕ້ານການລະບາດຂອງພະຍາດ, ຊຸກຍູ້ການເຮັດວຽກໃຫ້ເປັນປົກກະຕິແລະການຜະລິດຄືນໃໝ່ຢ່າງເປັນເຈົ້າການ, ສືບຕໍ່ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະຊຸກຍູ້ການຮ່ວມມື LM ໃຫ້ຮັກສາໄດ້ທ່າອ່ຽງການພັດທະນາໃນລະດັບສູງ.

ທ່ານກ່າວວ່າ, ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 6 ທີ່ຈະຈັດຂຶ້ນໃນໂອກາດສະເຫຼີມສະຫຼອງການເປີດການຮ່ວມມື LM ຄົບຮອບ 5 ປີ ແມ່ນມີຄວາມໝາຍສໍາຄັນຫຼາຍ.  ຝ່າຍຈີນຫວັງວ່າ ໂດຍຜ່ານກອງປະຊຸມຄັ້ງນີ້ ຈີນຈະຮ່ວມກັບ 5 ປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງທົບທວນຄວາມຄືບໜ້າໃນການຮ່ວມມື LM, ສະຫຼຸບບົດຮຽນຂອງການຮ່ວມມືໃນ 5 ປີທີ່ຜ່ານມາ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆຢ່າງບໍ່ຢຸດຢັ້ງ ແລະຮ່ວມກັນສ້າງເຂດພັດທະນາເສດຖະກິດຢູ່ຕາມລ້ອງແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງເພື່ອສະໜອງກໍາລັງແຮງໃໝ່ໃຫ້ແກ່ການຟື້ນຕົວແລະການພັດທະນາຫຼັງພະຍາດໂຄວິດ ເຊິ່ງຈະປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມອາຊຽນແລະການເຊື່ອມໂຍມເຂົ້າກັນທາງດ້ານເສດຖະກິດໃນພາກພື້ນ.