ໜ່ວຍງານແພດທະຫານຂອງກອງທັບຈີນຊຸດທີ 5 ທີ່ໄປຊ່ວຍເຫຼືອປະເທດລາວໄດ້ເດີນທາງຮອດນະຄອນຫຼວງວຽງຈັນແລ້ວ

lmcchina.org, June 5, 2021
Size:

ວັນທີ 25 ພຶດສະພານີ້, ຄະນະຜູ້ຊ່ຽວຊານໜ່ວຍງານການປິ່ນປົວຊຸດທີ 5 ຂອງໂຮງໝໍເລກ 1 ທີ່ຂຶ້ນກັບມະຫາວິທະຍາໄລການແພດທະຫານຂອງກອງທັບອາກາດກອງທັບປົດປ່ອຍປະຊາຊົນຈີນທີ່ໄປຊ່ວຍເຫຼືອໂຮງໝໍ 103 ຂອງປະເທດລາວໄດ້ເດີນທາງຮອດນະຄອນຫຼວງວຽງຈັນ ເພື່ອປະຕິບັດໜ້າທີ່ຢູ່ລາວເປັນເວລາ 6 ເດືອນ, ທ່ານ ຫຼີປິ່ງ ທູດທະຫານແຫ່ງສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານນາງ ວັນເພັງ ຮອງຫົວໜ້າກົມເສນາຮັກ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຢູ່ສະໜາມບິນ.

ໜ່ວຍງານແພດທະຫານທີ່ຊ່ວຍເຫຼືອລາວໃນຄັ້ງນີ້ລວມມີ 10 ຄົນ. ນັບແຕ່ປີ 2019 ເປັນຕົ້ນມາ, ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງກອງທັບຈີນ-ລາວໃຫ້ເຂົ້າສູ່ລວງເລິກກວ່າເກົ່າ ແລະ ຍົກສູງຄວາມສາມາດດ້ານສາທາລະນະສຸກຂອງກອງທັບປະຊາຊົນລາວ, ກອງທັບປົດປ່ອຍປະຊາຊົນຈີນໄດ້ສົ່ງໜ່ວຍງານແພດທະຫານໄປຊ່ວຍເຫຼືອໂຮງໝໍ 103 ຂອງລາວຢ່າງຕໍ່ເນື່ອງ.

ທ່ານນາງ ວັນເພັງ ໄດ້ກ່າວໃນພິທີຕ້ອນຮັບວ່າ ສອງປະເທດລາວ-ຈີນແມ່ນບ້ານໃກ້ເຮືອນຄຽງອັນດີທີ່ມີສາຍພູສາຍນໍ້າຕິດຈອດກັນ ກອງທັບສອງປະເທດໄດ້ດຳເນີນການຮ່ວມມືຢ່າງກວ້າງຂວາງໃນດ້ານສາທາລະນະສຸກ. ຝ່າຍກອງທັບປະເທດຈີນໄດ້ຈັດສົ່ງຜູ້ຊ່ຽວຊານດ້ານການແພດມາປະເທດລາວ, ໄດ້ຊ່ວຍເຫຼືອປະເທດລາວໃນດ້ານອຸປະກອນການແພດ, ສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ເຊິ່ງໄດ້ເຮັດໃຫ້ລັດຖະບານລາວ, ກອງທັບລາວ ແລະ ປະຊາຊົນລາວ ມີຄວາມຮູ້ບຸນຄຸນ ແລະ  ຢາກສະແດງຄວາມຂອບໃຈຫຼາຍທີ່ສຸດ. ຜູ້ຊ່ຽວຊານດ້ານການແພດຂອງຈີນໄດ້ສະແດງໃຫ້ເຫັນເຖິງພາບພົດອັນດີງາມຂອງກອງທັບປະຊາຊົນຈີນ ແລະ ລະດັບຄວາມສາມາດດ້ານວິຊາການທີ່ຍອດຢ້ຽມຂອງທະຫານຈີນໂດຍຜ່ານການເຄື່ອນໄຫວຕົວຈິງ.

ທ່ານ ຫຼີປິ່ງ ບອກໃຫ້ນັກຂ່າວຈາກສໍານັກຂ່າວຊິນຮວາຮູ້ວ່າ ໜ່ວຍງານແພດທະຫານທີ່ໄປຊ່ວຍເຫຼືອລາວໄດ້ດຳເນີນກິດຈະກຳຕ່າງໆ ເຊັ່ນ: ການຮັບປະກັນດ້ານການປິ່ນປົວ, ການເຝິກອົບຮົມກ່ຽວກັບການປິ່ນປົວ, ການແລກປ່ຽນດ້ານວິຊາການ, ການປາຖະກະຖາດ້ານວິທະຍາສາດການແພດ, ການປິ່ນປົວສັນຈອນໂດຍບໍ່ເກັບຄ່າ ແລະ ກິດຈະກຳອື່ນໆ ເຊິ່ງລ້ວນແຕ່ໄດ້ສໍາເລັດໜ້າທີ່ທີ່ກໍານົດໄວ້ຕ່າງໆດ້ວຍດີ. ເຊື່ອວ່າ ພາຍໃຕ້ສະພາບການຂອງການແຜ່ລະບາດຂອງພະຍາດໂຄວິດ-19, ໜ່ວຍງານແພດທະຫານຊຸດທີ 5 ຈະສືບຕໍ່ນຳໃຊ້ຄວາມຮູ້ດ້ານວິຊາການ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ຄວາມເດັດດ່ຽວໜຽວແໜ້ນ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນລາວ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະພັດທະນາສາຍພົວພັນມິດຕະພາບລະຫວ່າງສອງປະເທດ ກໍຄືສອງກອງທັບ ແລະ ສ້າງສາຄູ່ຮ່ວມຊາຕາກຳຈີນ-ລາວ.