ສະຖານີລົດໄຟແຫ່ງທຳອິດຢູ່ຕາມທາງລົດໄຟລາວ-ຈີນ ຕອນບໍ່ເຕັນຫາວຽງຈັນໄດ້ສ້າງສໍາເລັດແລ້ວ

lmcchina.org, June 5, 2021
Size:

ເມື່ອບໍ່ດົນມານີ້, ຄຽງຄູ່ກັບການຕິດຕັ້ງກະຈົກຝາມ່ານແຜ່ນສຸດທ້າຍຢ່າງຮຽບຮ້ອຍ, ສະຖານີລົດໄຟກາສີທີ່ຮັບເໝົາກໍ່ສ້າງໂດຍບໍລິສັດກໍ່ສ້າງທາງລົດໄຟຈີນໄດ້ສໍາເລັດການຕົບແຕ່ງດ້ານນອກຂອງອາຄານກ່ອນສະຖານີລົດໄຟອື່ນ ທີ່ຢູ່ຕາມທາງລົດໄຟລາວ-ຈີນໄລຍະຈາກບໍ່ເຕັນໄປຫານະຄອນຫຼວງວຽງຈັນ.  

ສະຖານີລົດໄຟກາສີຕັ້ງຢູ່ເມືອງກາສີແຂວງວຽງຈັນສປປລາວ, ເນື້ອທີ່ກໍ່ສ້າງອາຄານແມ່ນ1.498,7 ຕາແມັດ, ມີ 1 ສາລາສະຖານີ ແລະ 3 ສາຍ.  ອາຄານສະຖານີດັ່ງກ່າວໄດ້ໃຊ້ດ້ານໜ້າຈັ່ວທີ່ເປັນສະຖາປັດຕະຍະກຳແບບດັ້ງເດີມຂອງຈີນເປັນສັນຍາລັກແຫ່ງພາບພົດຫຼັກເຊິ່ງໄດ້ລວມເອົາເຄື່ອງໝາຍວັດທະນະທໍາຈີນ ເຊັ່ນ “ຂອດຈີນ” ທີ່ມີຄວາມໝາຍ ຄື ຄວາມສົມບູນພູນສຸກເພື່ອປະສົມປະສານກັບວັດທະນະທໍາການຕົບແຕ່ງທີ່ມີລັກສະນະຊົນເຜົ່າຂອງສິລະປະຫັດຖະກຳລາວ ເຊິ່ງສະແດງໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງທີ່ເປັນມູນເຊື້ອລະຫວ່າງສອງປະເທດລາວ-ຈີນ.

ເມື່ອດ້ານໜ້າຂອງອາຄານໄດ້ຕົບແຕ່ງສໍາເລັດແລ້ວ, ອາຄານສະຖານີກໍປາກົດວ່າມີສີສັນສົດໃສເຫຼື້ອມເງົາງາມ ແລະຖືເປັນສິລິມຸງຄຸນ, ການຈອດເຊື່ອມກັນຢ່າງປານີດ ໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມກັ່ນຕອງໃຫ້ດີຍິ່ງຂຶຶ້ນຂອງຊ່າງຫັດຖະກຳທີ່ດີເລີດ.

ສະຖານີລົດໄຟກາສີໄດ້ເຮັດຫຼັງຄາທີ່ມີຄານຂະໜາດໃຫຍ່ໂຕມະໂຫລານ. ໃນໄລຍະການກໍ່ສ້າງ, ທີມງານໂຄງການໄດ້ຈັດການກໍ່ສ້າງຕາມຫຼັກວິທະຍາສາດ, ສ້າງແຜນການກໍ່ສ້າງພິເສດສຳລັບຈຸດທີ່ຍາກແລະສຳຄັນ ຂອງການກໍ່ສ້າງ ແລະໄດ້ນໍາໃຊ້ຮູບແບບ “ທ້ອງຖິ່ນລາວ + ພາຍໃນປະເທດຈີນ” ເພື່ອຮັບປະກັນໄດ້ດ້ານການຕອບສະໜອງວັດສະດຸໃຫ້ແກ່ໂຄງການການກໍ່ສ້າງ. ພ້ອມດຽວກັນນີ້, ໄດ້ປະຕິບັດວິທີເຮັດວຽກແບບ “ເວນຄືນ” ເພື່ອແຂ່ງຂັນກັບເວລາ, ແລ້ວໃນສຸດທ້າຍໄດ້ສຳເລັດການກໍ່ສ້າງໂຄງສ້າງຫຼັກກ່ອນເວລາກຳນົດ 15 ວັນ ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການສໍາເລັດການຕົບແຕ່ງດ້ານໜ້າຂອງອາຄານກ່ອນສະຖານີແຫ່ງອື່ນໆ.

ປັດຈຸບັນ, ສະຖານີລົດໄຟແຫ່ງອື່ນໆຂອງໂຄງການທາງລົດໄຟລາວ - ຈີນທີ່ຮັບເໝົາໂດຍບໍລິສັດກໍ່ສ້າງທາງລົດໄຟຈີນນັ້ນກໍກຳລັງຮີບຮ້ອນດໍາເນີນການກໍ່ສ້າງໄປພ້ອມໆກັນ.