ວັນທີ 28 ພຶດສະພານີ້ຕາມເວລາທ້ອງຖິ່ນ, ທະນາຄານກາງມຽນມາໄດ້ປ່ອຍເງິນ 3 ລ້ານໂດລາສະຫະລັດເຂົ້າສູ່ຕະຫຼາດອີກເທື່ອໜຶ່ງ, ໂດຍອັດຕາແລກປ່ຽນຄື 1.580 ຈາດຕໍ່ໂດລາ, ນີ້ແມ່ນທະນາຄານກາງມຽນມາປ່ອຍເງິນໂດລາເຂົ້າຕະຫຼາດງວດໃຫຍ່ເປັນຄັ້ງທີ 6 ນັບແຕ່ຕົ້ນເດືອນພຶດສະພາຈົນຮອດປັດຈຸບັນນີ້, ໃນເດືອນນີ້ໄດ້ປ່ອຍເງິນທັງໝົດ 24 ລ້ານໂດລາ. ໃນນັ້ນ, ວັນທີ 9 ແລະວັນທີ 12 ພຶດສະພານີ້ຕ່າງໄດ້ປ່ອຍເງິນ 6 ລ້ານໂດລາ, ວັນທີ 17, ວັນທີ 18 ແລະວັນທີ 20 ພຶດສະພານີ້ຕ່າງໄດ້ປ່ອຍເງິນ 3 ລ້ານໂດລາ.
ພາຍໃຕ້ການແຊກແຊງທີ່ເຂັ້ມແຂງຈາກທະນາຄານກາງມຽນມາທີ່ມີຕໍ່ຕະຫຼາດເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ, ອັດຕາແລກປ່ຽນເງິນຈາດກໍມີຄວາມໝັ້ນທ່ຽງໃນຫວ່າງມໍ່ໆມານີ້, ທ່າອ່ຽງຂອງຄ່າເງິນຈາດຕົກຕ່ຳລົງກໍ່ໄດ້ຜ່ອນຄາຍລົງໃນເບື້ອງຕົ້ນ. ບວກກັບທະນາຄານກາງມຽນມາໄດ້ປ່ອຍເງິນ 6,8 ລ້ານໂດລາໃນວັນທີ 3 ກຸມພາປີນີ້, ນັບແຕ່ກອງທັບມຽນມາຂຶ້ນກຳອຳນາດລັດເປັນຕົ້ນມາ, ໄດ້ປ່ອຍເງິນຫຼາຍກວ່າ 30 ລ້ານໂດລາເຂົ້າຕະຫຼາດເງິນຕາຕ່າງປະເທດເພື່ອໃຫ້ອັດຕາແລກປ່ຽນເງິນຈາດມີຄວາມໝັ້ນທ່ຽງ.