ແຂວງຢຸນນານອອກໃບອະນຸຍາດດຳເນີນທຸລະກິດທີ່ນຳໃຊ້ໄດ້ໃນຫຼາຍເມືອງ

Yunnan Gateway, June 4, 2021
Size:

ຊຸມມື້ມໍ່ໆມານີ້, ຢູ່ທີ່ສູນບໍລິການແບບປະຕູດຽວຂອງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ຂອງປະເທດຈີນ-ລາວ, ແຂວງຢຸນນານໄດ້ອອກໃບອະນຸຍາດດຳເນີນທຸລະກິດໃບທຳອິດທີ່ນຳໃຊ້ໄດ້ໃນຫຼາຍເມືອງ.

ຕາມກົດໝາຍກົດລະບຽບຂອງຈີນ, ສະຖານທີ່ທີ່ລົງທະບຽນໃນໃບອະນຸຍາດດຳເນີນທຸລະກິດ ກັບ ສະຖານທີ່ດຳເນີນທຸລະກິດຕ້ອງແມ່ນອັນດຽວກັນ. ຖ້າວິສາຫະກິດມີຄວາມຕ້ອງການດຳເນີນທຸລະກິດໃນຫຼາຍເມືອງ, ຕ້ອງລົງທະບຽນໃບອະນຸຍາດດຳເນີນທຸລະກິດໃນທຸກເມືອງທີ່ດຳເນີນທຸລະກິດ.

ເພື່ອໃຫ້ວິສາຫະກິດທີ່ເຂົ້າມາພົວພັນວຽກ ແລະ ດຳເນີນທຸລະກິດສະດວກ, ສ້າງສະພາບແວດລ້ອມການຄ້າທີ່ດີກວ່າເກົ່າ, ຫຼຸດຕົ້ນທຶນການດຳເນີນທຸລະກິດຂອງວິສາຫະກິດ, ເຂດຄຸນໝິງ ເຂດທົດລອງການຄ້າເສລີແຂວງຢຸນນານຂອງຈີນ ມີການຮ່ວມມື ກັບ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນຂອງປະເທດຈີນ-ລາວ, ສຳຫຼວດການເຮັດໃບອະນຸຍາດດຳເນີນທຸລະກິດຂ້າມເມືອງ, ໄດ້ອອກໃບອະນຸຍາດດຳເນີນທຸລະກິດທີ່ໃຊ້ໄດ້ໃນຫຼາຍເມືອງ.

ປັດຈຸບັນນີ້, ວິສາຫະກິດສາມາດລົງທະບຽນທາງອອນລາຍໄດ້, ຫຼັງຈາກນັ້ນສາມາດພິມ《ໃບອະນຸຍາດດຳເນີນທຸລະກິດ》ດ້ວຍຕົນເອງໃນບ່ອນທີ່ດຳເນີນທຸລະກິດ, ວິສາຫະກິດມີແຕ່ສົ່ງໃບສະເໜີພຽງຄັ້ງດຽວ, ກໍໄດ້ຮັບໃບອະນຸຍາດດຳເນີນທຸລະກິດທີ່ນຳໃຊ້ໄດ້ໃນຫຼາຍເມືອງ.

ມາຈາກ: ໜັງສືພິມລາຍວັນຂອງຢຸນນານ

ນັກຂ່າວ: ຈ່ຽງຢ້ານຊຸນ