ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ຈີນ-ອາ​ຊຽນ​ປີ 2021 ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

CRI, June 3, 2021
Size:

ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນຈີນ-ອາຊຽນປີ 2021 ໄດ້ຈັດຂຶ້ນໃນຮູບແບບອອນລາຍ ແລະ ອອຟລາຍ ໃນວັນທີ 2 ມິຖຸນານີ້ ໂດຍແມ່ນອົງການພິມຈຳໜ່າຍພາສາຕ່າງປະເທດຂອງຈີນ ແລະ ສູນຈີນ-ອາຊຽນເປັນເຈົ້າພາບຈັດຂຶ້ນ ໂດຍມີເຈົ້າໜ້າທີ່, ຜູ້ຊ່ຽວຊານ, ນັກວິຊາການ ພ້ອມດ້ວຍຜູ້ຕາງໜ້າສື່ມວນຊົນ ແລະ ຄັງປັນຍາຈາກຈີນ ແລະ 10 ປະເທດອາຊຽນທັງໝົດເກືອບ 100 ທ່ານໄດ້ແລກປ່ຽນຄວາມຄິດຄວາມເຫັນ ໂດຍປິ່ນອ້ອມຫົວຂໍ້ “ການເປີິດປະຫວັດສາດໜ້າໃໝ່ດ້ານການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນ-ອາຊຽນ ເນື່ອງໃນໂອກາດທີ່ສອງຝ່າຍສ້າງຕັ້ງສາຍພົວພັນຄູ່ສົນທະນາຄົບຮອບ 30 ປີ”.

ທ່ານກຸງຟວກ ຮອງເລຂາທິການໃຫຍ່ອາຊຽນໄດ້ກ່າວຄຳປາໄສຜ່ານທາງວີດີໂອວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ກໍບໍ່ໄດ້ກາຍເປັນສິ່ງກີດກັ້ນການພົວພັນຄູ່ຮ່ວມມືທີ່ເຂັ້ມແຂງລະຫວ່າງອາຊຽນ-ຈີນ. ພາຍຫຼັງສະພາບການແຜ່ລະບາດຂອງພະຍາດໄດ້ຜ່ານພົ້ນໄປແລ້ວ, ສອງຝ່າຍກໍຈະມີໂອກາດການຮ່ວມມືໃນຂົງເຂດສື່ມວນຊົນແບບໃໝ່ຫຼາຍກວ່າເກົ່າອີກ.

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວປະຈຳ ສປ ຈີນກ່າວວ່າ: ສື່ມວນຊົນຈີນແລະອາຊຽນໃນຖານະເປັນຊ່ອງທາງການແລກປ່ຽນດ້ານຂໍ້ມູນຂ່າວສານ ແລະ ເປັນແຫຼ່ງຂໍ້ມູນຂ່າວສານທີ່ສຳຄັນຂອງສອງຝ່າຍ ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນດ້ານຕ່າງໆ ເຊັ່ນ: ສັງຄົມ, ເສດຖະກິດ, ວັດທະນະທຳ, ສາທາລະນະສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນຕົ້ນ. ສື່ມວນຊົນຄວນນຳໃຊ້ກົນໄກທີ່ມີປະສິດທິຜົນທີ່ມີຢູ່ແລ້ວໃນປັດຈຸບັນ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຂຽນປະຫວັດສາດໜ້າໃໝ່ຂອງການພັດທະນາໃນອະນາຄົດຂອງອາຊຽນ ແລະ ຈີນ ໂດຍສະເພາະແມ່ນການຮ່ວມມືແລະການພັດທະນາດ້ານເສດຖະກິດພາຍຫຼັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ານພົ້ນໄປ.