ຫວຽດ​ນາມ​ໄດ້​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

CRI, June 2, 2021
Size:

ກົມການບິນພົນລະເຮືອນຫວຽດນາມໄດ້ປະກາດໃນວັນທີ 31 ພຶດສະພາຜ່ານມານີ້ວ່າ: ເພື່ອເພີ່ມທະວີການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ສະໜາມບິນສາກົນໂນ້ຍບາຍໃນນະຄອນຫຼວງຮ່າໂນ້ຍຫວຽດນາມຈະໂຈະຖ້ຽວບິນສາກົນແຕ່ວັນທີ 1 ຫາ 7 ມິຖຸນານີ້ເປັນການຊົ່ວຄາວ.

ຂ່າວຍັງລາຍງານວ່າ: ສະໜາມບິນສາກົນເຕິນເຊິນຢັດໃນນະຄອນໂຮ່ຈີມິນ ທາງພາກໃຕ້ປະເທດຫວຽດນາມທີ່ໄດ້ໂຈະຖ້ຽວບິນສາກົນມາແຕ່ວັນທີ 27 ພຶດສະພາຜ່ານມາຫາ ວັນທີ 4 ມິຖຸນານີ້ ຈະສືບຕໍ່ໂຈະຖ້ຽວບິນສາກົນຈົນຮອດວັນທີ 14 ມິຖຸນານີ້.

ຫວຽດນາມເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ອີກຮອບໃໝ່ໃນທ້າຍເດືອນເມສາປີນີ້, ປັດຈຸບັນ, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ຫວຽດນາມຍັງສືບຕໍ່ເພີ່ມຂຶ້ນ. ຕາມສະຖິຕິຂອງເວັບໄຊຫວຽດນາມ, ນັບແຕ່ວັນທີ 27 ເມສາຫາເວລາ 18 ໂມງຂອງວັນທີ 31 ພຶດສະພາຜ່ານມານີ້, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ໃນທົ່ວປະເທດຫວຽດນາມມີເຖິງ 4.246 ກໍລະນີ.