ຫວຽດນາມ​ພົບ​ເຫັນ ​ໄວຣັດ​ໂຄ​ວິດ-19 ກາຍພັນ​ໃໝ່​ແບບ​ປະສົມທີ່​ສາມາດ​ແຜ່​ລະບາດຢ່າງ​ວ່ອງ​ໄວ​ຜ່ານທາງ​ອາກາດ

CRI, June 1, 2021
Size:

ວັນທີ 29 ພຶດສະພານີ້, ທ່ານຫງວຽນຕັນລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມໄດ້ປະກາດວ່າ: ຢູ່ຫວຽດນາມໄດ້ພົບເຫັນໄວຣັດໂຄວິດ-19 ກາຍພັນໃໝ່ ເຊິ່ງເປັນສ່ວນປະສົມຂອງໄວຣັດສາຍພັນໃໝ່ທີ່ພົບເຫັນໃນປະເທດອັງກິດ ແລະອິນເດຍ.

ໃນມື້ດຽວກັນ, ທ່ານຫງວຽນຕັນລອງໄດ້ກ່າວໃນກອງປະຊຸມປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ໂດຍຜ່ານທາງວິດີໂອວ່າ: ສາຍພັນປະສົມນີ້ອັນຕະລາຍເປັນຢ່າງຍິ່ງ, ມີຄວາມສາມາດແຜ່ລາມແຮງຂຶ້ນ, ສາມາດແຜ່ລະບາດຜ່ານທາງອາກາດຢ່າງວ່ອງໄວ. ສາຍພັນປະສົມທີ່ພົບເຫັນໃໝ່ນີ້ຍັງບໍ່ທັນຕັ້ງຊື່ເທື່ອ.

ຢູ່ຫວຽດນາມໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ໃນທ້າຍເດືອນເມສາຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ, ນະຄອນໂຮຈິມິນ, ນະຄອນດານັງ ແລະຕົວເມືອງໃຫຍ່ຕ່າງໆກໍລ້ວນແຕ່ໄດ້ມີຜູ້ຕິດເຊື້ອພະຍາດຫຼາຍກໍລະນີ, ຢູ່ໂຮງງານອຸດສາຫະກຳແຫ່ງໜຶ່ງຂອງແຂວງບັກກຽງໄດ້ເກີດການແຜ່ລະບາດຢ່າງຮ້າຍແຮງ. ສຳນັກຂ່າວສານຫວຽດນາມໄດ້ລາຍງານວ່າ: ມາຮອດເວລາ 12 ໂມງຂອງວັນທີ 29 ພຶດສະພານີ້, ລວມທັງໝົດແລ້ວຢູ່ຫວຽດນາມລວມມີຜູ້ຕິດເຊື້ອພະຍາດ 5213 ກໍລະນີ, ໃນນັ້ນ ມີຜູ້ຕິດເຊື້ອເພີ່ມໃໝ່ນັບແຕ່ວັນທີ 27 ເມສາຜ່ານມາ 3643 ກໍລະນີ.