ເມື່ອປະ​ເທດ​ລາວ​​ສາ​ມາດ​ຟື້ນ​ຟູຈາກ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້​ແລ້ວ ກໍ​ຈະ​ພົບ​ກັບ​ໂອ​ກາດ​ການ​ພັດ​ທະ​ນາ​ໃໝ່​ຢ່າງ​ແນ່ນອນ

CRI, June 1, 2021
Size:

ໃນໜຶ່ງປີກວ່າຜ່ານມາ, ຍ້ອນວ່າສາມາດປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄວ້ໄດ້ຢ່າງຖືກຕ້ອງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວຈິ່ງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດບໍ່ຫຼາຍປານໃດ, ແຕ່ວ່າພະຍາດໂຄວິດ-19 ໄດ້ລະບາດຄືນອີກຮອບໃໝ່ແຕ່ທ້າຍເດືອນເມສາຜ່ານມານີ້, ເຮັດໃຫ້ລັດຖະບານແລະປະຊາຊົນລາວພົບກັບຄວາມຫຍຸ້ງຍາກເປັນໄລຍະຊົ່ວຄາວ.

ພາຍຫຼັງພະຍາດໄດ້ລະບາດຂຶ້ນອີກຮອບໃໝ່ແລ້ວ, ລັດຖະບານຈີນໄດ້ຈັດສົ່ງວັກຊິນໂຄວິດ-19 ຈຳນວນ 3 ແສນຫຼອດ ແລະ ວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດອື່ນໆໄປເຖິງປະເທດລາວໂດຍດ່ວນ; ໃນຂະນະດຽວກັນ, ໜ່ວຍງານຊ່ຽວຊານການແພດຈີນກໍໄດ້ເດີນທາງໄປເຖິງນະຄອນຫຼວງວຽງຈັນໃນວັນທີ 4 ພຶດສະພານີ້ ແລະ ໄດ້ຊ່ວຍຝ່າຍລາວປັບປຸງແຜນຕ່າງໆ ເຊັ່ນ: ການຄົ້ນຫາແຫຼ່ງກຳເນີດຂອງພະຍາດຕິດແປດ, ການຄຸ້ມຄອງຄຸ້ມຊຸມຊົນ ແລະ ອື່ນໆ ໂດຍອີງຕາມສະພາບຄວາມເປັນຈິງຂອງປະເທດລາວ ເຊິ່ງໄດ້ຊ່ວຍຍົກຄວາມສາມາດໃນການຮັບມືກັບການແຜ່ລະບາດຂອງພະຍາດແບບສັງລວມຂອງຝ່າຍລາວໃຫ້ສູງຂຶ້ນຕື່ມ.

ເພື່ອຄວບຄຸມການແຜ່ລະບາດຂອງພະຍາດ, ລັດຖະບານລາວໄດ້ວາງມາດຕະການປິດເມືອງທີ່ເຂັ້ມງວດ, ດຳເນີນການຄວບຄຸມເຂດທີ່ມີຄວາມສ່ຽງສູງ ແລະ ໄດ້ປະຕິບັດມາດຕະການຕ່າງໆ ເຊັ່ນ: ສ້າງໂຮງໝໍພາກສະໜາມ, ຫ້າມບໍ່ໃຫ້ຈັດງານຊຸມແຊວກັນ, ແຈ້ງສະພາບການແຜ່ລະບາດຂອງພະຍາດປະຈຳວັນ, ຄົ້ນຫາທຸກກໍລະນີທີ່ພະຍາດ ແລະ ແຍກປ່ຽວເພື່ອປິ່ນປົວ ເຫຼົ່ານີ້ເປັນຕົ້ນ. ພາຍໃຕ້ຄວາມພະຍາຍາມຮ່ວມທີ່ເປັນຈິດໜຶ່ງໃຈດຽວກັນຂອງລັດຖະບານ ແລະ ປະຊາຊົນລາວ, ພ້ອມທັງໄດ້ຮັບການສະໜັບສະໜູນແລະຊ່ວຍເຫຼືອຈາກຝ່າຍຈີນ, ປະເທດລາວສາມາດຄວບຄຸມການແຜ່ລະບາດຂອງພະຍາດຢ່າງບັງເກີດຜົນ.

ໃນໜຶ່ງອາທິດຜ່ານມາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຢູ່ຫຼາຍເຂດທີ່ມີຄວາມສ່ຽງສູງຂອງລາວໄດ້ຫຼຸດລົງຈົນເປັນ 0, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ໃນທົ່ວປະເທດລາວກໍໄດ້ຫຼຸດລົງເຖິງຂັ້ນຕ່ຳສຸດ. ອາດເວົ້າໄດ້ວ່າ: ປະເທດລາວໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ.

ໃນຂະນະທີ່ສະພາບການແຜ່ລະບາດຂອງພະຍາດຢູ່ປະເທດລາວໄດ້ຜ່ອນຄາຍລົງ, ການຮ່ວມມືລະຫວ່າງລາວແລະຈີນກໍໄດ້ດຳເນີນໄປຢ່າງໜັກແໜ້ນ ແລະ ມີຄວາມຄືບໜ້າໃນຫຼາຍດ້ານ. ວັນທີ 28 ເມສາຜ່ານມານີ້, ຟາມປອດເຊື້ອພະຍາດຢູ່ແຂວງຫຼວງນ້ຳທ່າໄດ້ສົ່ງອອກຊີ້ນງົວສູ່ປະເທດຈີນງວດທຳອິດຢ່າງເປັນທາງການ; ວັນທີ 20 ພຶດສະພານີ້, ເຂື່ອນໄຟຟ້ານ້ຳອູ 7 ທີ່ບໍລິສັດຈີນເປັນຜູ້ລົງທຶນກໍ່ສ້າງໄດ້ເລີ່ມເກັບກັກນ້ຳໄລຍະ 2 ແລ້ວ; ວັນທີ 27 ພຶດສະພານີ້, ໂຄງການຕົວແບບໃນໂຄງການນ້ຳດື່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ມອບໃຫ້ຝ່າຍລາວຢ່າງເປັນທາງການ; ວັນທີ 28 ພຶດສະພານີ້, ຈີນ ແລະ ລາວໄດ້ເຊັນສັນຍາສົ່ງອອກຜະລິດຕະພັນກະສິກຳໄປສູ່ປະເທດຈີນທີ່ມີມູນຄ່າ 1,5 ຕື້ໂດລາສະຫະລັດ.

ເຖິງວ່າການແຜ່ລະບາດຂອງພະຍາດໄດ້ສ້າງຜົນກະທົບອ່າວໜັກໜ່ວງຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດລາວກໍຕາມ, ແຕ່ພວກເຮົາເຊື່ອວ່າ: ໂດຍຜ່ານຈາກການທົດສອບຂອງການແຜ່ລະບາດຂອງພະຍາດໃນຄັ້ງນີ້, ປະເທດລາວຈະມີປະສົບການ ແລະ ຄວາມໝັ້ນໃຈຫຼາຍກວ່າເກົ່າໃນການຮັບມືກັບສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດ, ນ້ຳໃຈຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນລາວກໍຈະເພີ່ມຂຶ້ນຫຼາຍກວ່າເກົ່າ, ການສະໜັບສະໜູນລັດຖະບານຂອງຕົນກໍຈະເພີ່ມຂຶ້ນຫຼາຍກວ່າເກົ່າ.

ເມື່ອປະເທດລາວສາມາດຟື້ນຟູຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງວ່ອງໄວ ກໍຈະພົບກັບໂອກາດການພັດທະນາໃໝ່ຢ່າງແນ່ນອນ.