ໄທ​ອະ​ນຸ​ມັດ​ວັກ​ຊີນ​ຕ້ານ​ໂຄວິດ-19 ທີ່​ຜະ​ລິດ​ໂດຍບໍ​ລິ​ສັດ​ຊິນ​ໂນ​ຟາມ​ຈີນ​​ໃຫ້ລົງ​ລະ​ບຽນ​ຢູ່​ໄທ

CRI, May 31, 2021
Size:

ວັນທີ 28 ພຶດສະພານີ້, ກົມຄຸ້ມຄອງອາຫານແລະຢຸກຢາໄທປະກາດວ່າໄດ້ອະນຸມັດວັກຊີນຕ້ານໂຄວິດ-19 ທີ່ຜະລິດໂດຍບໍລິສັດຊິນໂນຟາມຈີນໃຫ້ລົງລະບຽນຢູ່ໄທແລ້ວ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 28 ພຶດສະພານີ້, ເລຂາທິການກົມຄຸ້ມຄອງອາຫານແລະຢຸກຢາໄທກ່າວວ່າ: ໃບຮ້ອງຂໍລົງທະບຽນວັກຊີນຂອງບໍລິສັດຊິນໂນຟາມໄດ້ຮັບການອະນຸມັດແລ້ວ, ວັກຊິນດັ່ງກ່າວຕ້ອງສັກ 2 ເຂັມ, ລະຫວ່າງ 2 ເຂັມຄວນຫ່າງກັນ21 ວັນຫາ 28 ວັນ.

ກ່ອນໜ້ານີ້ກົມຄຸ້ມຄອງອາຫານແລະຢຸກຢາໄທໄດ້ອະນຸມັດວັກຊີນຕ້ານໂຄວິດ-19 4 ຊະນິດໃຫ້ນຳໃຊ້ຢູ່ໄທໂດຍສຸກເສີນ, ລວມທັງວັກຊີນທີ່ຄົ້ນຄວ້າຜະລິດຮ່ວມໂດຍບໍລິສັດ Astra Zeneca ອັງກິດແລະມະຫາວິທະຍາໄລ  Oxfor, ວັກຊີນຂອງບໍລິສັດຊິນໂນວັກ, ວັກຊີນຂອງບໍລິສັດຈອນສັນແລະຈອນສັນ ແລະວັກຊີນຂອງບໍລິສັດ Moderna ຂອງອາເມຣິກາ.