ສຳ​ເລັດ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 105 ຢ່າງ​ຈົບ​ງາມ

CRI, May 31, 2021
Size:

      ເວລາ 13 ໂມງຂອງວັນທີ 28 ພຶດສະພານີ້, ການລາດຕະເວນຮ່ວມຢູ່ຕາມລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງລະຫວ່າງຈີນ,ລາວ,ມຽນມາແລະໄທຄັ້ງທີ 105 ໄດ້ສຳເລັດລົງຢ່າງຈົບງາມ, ເຮືອປະຕິບັດກົດໝາຍຂອງຈີນ 4 ລຳທີ່ເຂົ້າຮ່ວມການລາດຕະເວນຄັ້ງນີ້ໄດ້ເດີນເຮືອກັບຄືນທ່າເຮືອກ່ວນເຫຼີຍຂອງຈີນຢ່າງສະດວກ.

      ໂດຍແນໃສ່ສະຖານະການການຮັກສາຄວາມສະຫງົບຕາມລ້ອງແມ່ນ້ຳຂອງໃນປັດຈຸບັນ, ໜ່ວຍລາດຕະເວນໄດ້ຈັດຕັ້ງດຳເນີນການຝຶກຊ້ອມຮ່ວມກວດກາແລະປາບປາມການຄ້າຂາຍເຖື່ອນທາງນ້ຳ, ເພີ່ມຄວາມສາມາດດ້ານການປະສານສົມທົບແລະການປະສານງານກັນຂອງພະນັກງານປະຕິບັດກົດໝາຍຂອງບັນດາຝ່າຍຕື່ມອີກ, ພະຍາຍາມສຸດຂີດເພື່ອສະກັດກັ້ນການເຄື່ອນໄຫວກໍ່ອາຊະຍາກຳຂ້າມຊາດປະເພດຕ່າງໆຢູ່ເຂດລ້ອງແມ່ນ້ຳຂອງພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

      ຂ່າວແຈ້ງວ່າ: ໃນໄລຍະການລາດຕະເວນຄັ້ງນີ້, ຈີນຍັງໄດ້ໃຫ້ຄວາມຊ່ວຍເຫຼືອດ້ານວັດຖຸອຸປະກອນປ້ອງກັນພະຍາດຕ່າງໆແກ່ພາກສ່ວນປະຕິບັດກົດໝາຍຂອງ 3 ປະເທດ: ລາວ,ມຽນມາແລະໄທເຊັ່ນ: ຜ້າປິດປາກທີ່ໃຊ້ທາງການແພດ, ຊຸດປ້ອງກັນພະຍາດ, ນ້ຳຢາດັບເຊື້ອແລະອື່ນໆ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງພາກສ່ວນປະຕິບັດກົດໝາຍຂອງ 3 ປະເທດດັ່ງກ່າວລ້ວນແຕ່ໄດ້ກ່າວວ່າ: ຈະໃຊ້ວັດຖຸອຸປະກອນປ້ອງກັນພະຍາດທີ່ຈີນຊ່ວຍເຫຼືອເຫຼົ່ານີ້ເຂົ້າໃນແນວໜ້າຂອງການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະການປະຕິບັດກົດໝາຍແລະການຢູ່ຍາມ, ເພີ່ມຄວາມເຂັ້ມງວດໃນການລາດຕະເວນ, ຄວບຄຸມແລະຄຸ້ມຄອງຢູ່ຕາມລ້ອງແມ່ນ້ຳຂອງຢ່າງຕໍ່ເນື່ອງ, ເພື່ອປົກປັກຮັກສາຄວາມປອດໄພແລະຄວາມໝັ້ນຄົງຢູ່ຕາມລ້ອງແມ່ນ້ຳຂອງ.