ກິດຈະກໍາສັບປະດາການຮ່ວມມືດ້ານອຸດສາຫະກຳໝາກໄມ້ ລະຫວ່າງ LM-ເຈີ້ຈ່ຽງ (ເຈ່ຍຊິ່ງ) ປະຈໍາປີ 2021 ໄດ້ເລີ່ມດໍາເນີນງານ

lmcchina.org, May 30, 2021
Size:

ຕອນເຊົ້າວັນທີ 14 ພຶດສະພາ, ສັບປະດາການຮ່ວມມືດ້ານອຸດສາຫະກຳໝາກໄມ້ລະຫວ່າງ LM-ເຈີ້ຈ່ຽງ(ເຈ່ຍຊິ່ງ) ປະຈໍາປີ 2021 ເຊິ່ງຈັດຂຶ້ນໂດຍຫ້ອງການພົວພັນຕ່າງປະເທດແຂວງເຈີ້ຈ່ຽງ ແລະ ອຳນາດການປົກຄອງເມືອງເຈ່ຍຊິ່ງ ໄດ້ເປີດພິທີ ຢູ່ທີ່ເມືອງເຈ່ຍຊິ່ງ, ໂດຍມີຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ ສປ ຈີນ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ອໍານາດການປົກຄອງແຂວງ ພ້ອມທັງ ບັນດານັກການທູດຈາກສະຖານກົງສຸນໃຫຍ່ຂອງປະເທດໄທ, ຫວຽດນາມ, ລາວ ແລະ ກຳປູເຈຍ ປະຈຳນະຄອນຊຽງໄຮ້ເຂົ້າຮ່ວມ.

ສັບປະດາການຮ່ວມມືດ້ານອຸດສາຫະກຳໝາກໄມ້ຄັ້ງນີ້ ແມ່ນໄດ້ດໍາເນີນໄປພາຍໃຕ້ຫົວຂໍ້“ຮ່ວມກັນສ້າງສະພານໝາກໄມ້ເຈັດສີ ແລະ ຮ່ວມກັນສ້າງມິດຕະພາບ 6 ປະເທດ LM”, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າແຮງຂອງແຂວງເຈີ້ຈ່ຽງໃນດ້ານຕ່າງໆ ເຊັ່ນ ຮູບແບບການດໍາເນີນທຸລະກິດໃໝ່ແບບຖ່າຍທອດສົດ(live)ອອນໄລ, ມີຕ່ອງໂສ້ການຜະລິດຄົບວົງຈອນຂອງອຸດສາຫະກຳໝາກໄມ້, ຄັງຂໍ້ມູນໃຫຍ່ 5ຈີ, ການນໍາໃຊ້ດີຈີຕອນທົ່ວໄປໃນອຸດສາຫະກຳດັ້ງເດີມ ແລະດ້ານອື່ນໆຢ່າງເຕັມສ່ວນ ເຊິ່ງຈະເປັນການສະໜອງການບໍລິການທີ່ນຳໃຊ້ໄດ້ໃນຫຼາຍກໍລະນີ ແລະ ເປັນແບບດີຈີຕອນໃຫ້ແກ່ການສົ່ງອອກໝາກໄມ້ຈາກປະເທດແມ່ນ້ຳຂອງສູ່ປະເທດຈີນ ແລະ ແຂວງເຈີ້ຈ່ຽງ ໃນດ້ານການໂຄສະນາຜະລິດຕະພັນ, ການສະໜອງຂໍ້ມູນດ້ານລາຄາສິນຄ້າຕາມຕະຫຼາດດ້ວຍແຜນວາດ, ການຢັ້ງຢືນແຫຼ່ງກຳເນີດສິນຄ້າ, ການຕິດຕາມໂດຍທາງອິນເຕີເນັດການຂົນສົ່ງແບບຄວບຄຸມອຸນຫະພູມ ແລະດ້ານອື່ນໆ. ພ້ອມນັ້ນ ຈະເປັນການເພີ່ມພູນຄູນສ້າງໄມຕີຈິດມິດຕະພາບອັນເປັນມູນເຊື້ອລະຫວ່າງແຂວງເຈີ້ຈ່ຽງ ກັບ ບັນດາປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງ ແລະ ສ້າງສາຍພົວພັນການຮ່ວມມືໃຫ້ແໜ້ນແຟ້ນກວ່າເກົ່າ.

ທ່ານ ໜິງເທັງກອງ(Ninh Thanh Cong), ກົງສຸນໃຫຍ່ ສສ ຫວຽດນາມ, ທັງເປັນຜູ້ຕາງໜ້າບັນດາສະຖານກົງສຸນໃຫຍ່ບັນດາປະເທດແມ່ນ້ຳຂອງປະຈຳນະຄອນຊຽງໄຮ້ ໄດ້ກ່າວໃນພິທີວ່າ ສັບປະດາການຮ່ວມມືດ້ານອຸດສາຫະກຳໝາກໄມ້ ແມ່ນການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງບັນດາຜູ້ນຳຂອງປະເທດ LM ຢ່າງມີປະສິດທິຜົນ, ເຊິ່ງໄດ້ສ້າງໂອກາດ ແລະ ເວທີທີ່ດີໃຫ້ແກ່ບັນດາປະເທດແມ່ນ້ຳຂອງໃນການວາງສະແດງ ແລະ ຈຳໜ່າຍຜົນລະປູກທີ່ມີລັກສະນະພິເສດຂອງຕົນ ກໍຄື ການແລກປ່ຽນແລະພົບປະລະຫວ່າງວິສາຫະກິດອຸດສາຫະກຳໝາກໄມ້ຂອງປະເທດ LM. ເພິ່ນຍັງໄດ້ຕີລາຄາສູງຕໍ່ໝາກຜົນອັນອຸດົມສົມບູນຂອງແຕ່ລະຝ່າຍທີ່ຍາດມາໄດ້ ໃນຂົງເຂດການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການພັດທະນາແບບຍືນຍົງ ແລະ ວັດທະນະທຳ-ສັງຄົມ ເປັນຕົ້ນ ນັບແຕ່ໄດ້ເລີ່ມດຳເນີນການຮ່ວມມື LM ເປັນຕົ້ນມາ ທັງໄດ້ສະແດງຄວາມໝັ້ນໃຈຢ່າງສູງຕໍ່ແຂວງເຈີ້ຈ່ຽງທີ່ຈະສາມາດເສີມຂະຫຍາຍບົດບາດທີ່ໃຫຍ່ຫຼວງກວ່າເກົ່າ ພາຍໃຕ້ກົນໄກການຮ່ວມມື LM ໃນອະນາຄົດ.

ໃນພິທີເປີດດັ່ງກ່າວນີ້ ຍັງໄດ້ຈັດພິທີເປີດສັບປະດາການຮ່ວມມືດ້ານອຸດສາຫະກຳໝາກໄມ້ ລະຫວ່າງLM-ເຈີ້ຈ່ຽງ(ເຈ່ຍຊິ່ງ) ປະຈໍາປີ 2021, ເປີດປ້າຍ “ສູນດຳເນີນທຸລະກິດການຮ່ວມມືດ້ານອຸດສາຫະກຳໝາກໄມ້ LM” ແລະ ເຊັນສັນຍາແບບທາງໄກລະຫວ່າງວິສາຫະກິດຂະແໜງການໝາກໄມ້ຈີນແລະຕ່າງປະເທດ, ພ້ອມທັງໄດ້ປະກາດ “ດັດຊະນີລາຄາໝາກໄມ້ປະເທດ LM”.