ຂໍ້ລິເລີ່ມ(Chongqing)ການຮ່ວມມືສາກົນ ຂອງເສັ້ນທາງສາຍໃໝ່ທາງບົກ - ທາງທະເລຈະສົ່ງເສີມການຮ່ວມມືສາກົນໃນຫຼາຍດ້ານ

lmcchina.org, May 30, 2021
Size:

ບັນດາປະເທດທີ່ລຽບຕາມເສັ້ນທາງສາຍໃໝ່ທາງບົກ - ທາງທະເລ ທາງພາກຕາເວັນຕົກ ເຊັ່ນ ອິນໂດເນເຊຍ, ຫວຽດນາມ, ສປປລາວ ເປັນຕົ້ນ ໄດ້ຮ່ວມກັບ 12 ແຂວງ, ເຂດປົກຄອງຕົນເອງແລະກໍາແພງນະຄອນໃນພາກຕາເວັນຕົກຂອງປະເທດຈີນ ພ້ອມທັງແຂວງ ໄຫນານ(Hainan) ແລະເມືອງ ຈັ້ນຈ່ຽງ(Zhanjiang) ໃນແຂວງ ກວາງຕຸ້ງ(Guangdong) ໄດ້ຮ່ວມກັນປະກາດ “ຂໍ້ລິເລີ່ມ(Chongqing)ການຮ່ວມມືສາກົນຂອງເສັ້ນທາງສາຍໃໝ່ທາງບົກ - ທາງທະເລ” ຢູ່ທີ່ເມືອງ Chongqing ໃນວັນທີ 21 ເພື່ອຊຸກຍູ້ການຮ່ວມມືສາກົນໃນຫຼາຍດ້ານ, ແລະສະແດງໃຫ້ເຫັນເຖິງໝາກຜົນທີ່ນໍາມາຈາກການເຊື່ອມຈອດກັນຂອງເສັ້ນທາງສາຍໃໝ່ທາງ ບົກ - ທາງທະເລອີກບາດກ້າວໜຶ່ງ.

“ຂໍ້ລິເລີ່ມ(Chongqing)ການຮ່ວມມືສາກົນຂອງເສັ້ນທາງສາຍໃໝ່ທາງບົກ - ທາງທະເລ”ແມ່ນໄດ້ປະກາດໃນພິທີເປີດງານວາງສະແດງການຄ້າແລະການລົງທຶນສາກົນພາກຕາເວັນຕົກຈີນ ຄັ້ງທີ 3 ແລະກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນຂອງເສັ້ນທາງສາຍໃໝ່ ທາງບົກ-ທາງທະເລປະຈໍາປີ2021 ທີ່ຈັດຂຶ້ນໃນວັນທີ 21.  ເສັ້ນທາງສາຍໃໝ່ ທາງບົກ-ທາງທະເລແມ່ນແລວທາງຂົນສົ່ງທິດໃຕ້ ແລະ ເສັ້ນທາງການຄ້າ ສາກົນສາຍໃໝ່ທາງບົກ ແລະ ທາງທະເລ ທີ່ສ້າງຂຶ້ນໂດຍການຮ່ວມມືລະຫວ່າງບັນດາແຂວງພາກຕາເວັນຕົກຂອງຈີນແລະສິງກະໂປ ທີ່ຖືເອົາເມືອງ Chongqing ເປັນໃຈກາງໃນການປະຕິບັດງານ ແລະນຳໃຊ້ວິທີການຂົນສົ່ງທາງລົດໄຟ, ທາງທະເລ, ທາງຫຼວງແລະອື່ນໆເພື່ອໄປເຖິງທຸກແຫ່ງຫົນ ຂອງໂລກໂດຍຜ່ານອ່າວເປີຍປູ້  ກວາງຊີ ໄປທາງທິດໃຕ້ ເຊິ່ງຈະສາມາດປະຢັດເວລາຫຼາຍເມື່ອທຽບໃສ່ການອອກສູ່ເຂດທະເລໂດຍຜ່ານເຂດທາງຕາເວັນອອກ.

ອີງຕາມຂໍ້ລິເລີ່ມດັ່ງກ່າວ, ທຸກຝ່າຍຈະເຕົ້າໂຮມກຳລັງຂອງບັນດາປະເທດ (ເຂດແຄວ້ນ) ທີ່ລຽບຕາມເສັ້ນທາງສາຍໃໝ່ທາງບົກ - ທາງທະເລ ເພື່ອເຮັດໃຫ້ການດໍາເນີນການຄ້າມີຄວາມສະດວກ, ສົ່ງເສີມການລົງທືນ, ປັບປຸງລະບົບຕ່ອງໂສ້ການຜະລິດໃຫ້ສົມບູນ, ເພີ່ມປະສິດທິພາບຂອງຕ່ອງໂສ້ການສະໜອງ, ຍົກລະດັບຕ່ອງໂສ້ມູນຄ່າ, ແລະຊຸກຍູ້ການພັດທະນາຂອງການເຊື່ອມໂຍງເສດຖະກິດລະດັບພາກພື້ນໃນລະດັບສູງ.

   ທຸກຝ່າຍຍັງຈະຮ່ວມກັນປະຕິບັດຍຸດທະສາດການພັດທະນາທີ່ມີຫົວຄິດປະດິດສ້າງ, ເລັ່ງພັດທະນາການຂົນສົ່ງໂດຍຫຼາຍປະເທດດ້ວຍຫຼາຍຮູບການ, ລົງເລິກການຮ່ວມມືໃນເສດຖະກິດດິຈິຕອນ, ປັບປຸງລະບົບພື້ນຖານໂຄງລ່າງ, ລະບົບການຂົນສົ່ງທີ່ທັນສະໄໝ ແລະລະບົບປະດິດສ້າງໃໝ່ທາງນະໂຍບາຍ ເພື່ອສ້າງເສັ້ນທາງແບບເປີດປະຕູທີ່ມີຄວາມສະດວກທາງເສດຖະກິດ, ມີຄວາມປອດໄພແລະປະສິດທິຜົນ, ເປັນສີຂຽວ ກາກບອນຕໍ່າ, ມີປະສິດທິຜົນເສດຖະກິດຫຼາຍຢ່າງ ແລະສາມາດບັນລຸການພັດທະນາແບບຍືນຍົງ.