ເຂດຄຸນໝິງ ເຂດທົດລອງການຄ້າເສລີ ກັບ ເຂດການຮ່ວມມືຈີນ-ລາວ ຮ່ວມມືກັນເປີດບໍລິການວຽກງານບໍລິຫານພາກລັດຂ້າມເຂດແດນ

Yunnan Gateway, May 28, 2021
Size:

ເມື່ອບໍ່ດົນມານີ້, ເຂດຄຸນໝິງ (ເຂດພັດທະນາເສດຖະກິດຄຸນໝິງ) ເຂດທົດລອງການຄ້າເສລີແຂວງຢຸນນານຂອງຈີນກັບ ເຂດການຮ່ວມມືດ້ານເສດຖະກິດບໍ່ຫານ-ບໍ່ເຕ່ນຂອງຈີນ-ລາວ ໄດ້ຮ່ວມມືກັນເປີດບໍລິການວຽກງານບໍລິຫານຂອງພາກລັດຂ້າມເຂດແດນ.

ເລີ່ມແຕ່ວັນທີ 25 ພຶດສະພາ, ບັນດາວິສາຫະກິດ ແລະ ປະຊາຊົນ ທີ່ຕ້ອງການປະກອບເອກະສານໃໝ່ ຫຼື ປ່ຽນໃບທະບຽນວິສາຫະກິດເຊັ່ນ ຈົດທະບຽນສ້າງຕັ້ງ, ການປ່ຽນໃບທະບຽນ, ລົບລ້າງການຈົດທະບຽນຂອງສະຫະກອນຊາວກະສິກອນ,ວິສາຫະກິດການລົງທຶນພາຍໃນປະເທດ ແລະ ການຄ້າສ່ວນບຸກຄົນ, ແມ່ນສາມາດເລືອກສະຖານທີ່ໃກ້ຄຽງໂດຍອີງຕາມເງື່ອນໄຂຂອງຕົນເອງ, ທ່ານສາມາດເລືອກປະກອບເອກະສານທີ່ກ່ຽວຂ້ອງໄດ້ ທີ່ ສູນບໍລິການສັງລວມຂອງເຂດຄຸນໝິງ ເຂດທົດລອງການຄ້າເສລີແຂວງຢຸນນານຂອງຈີນ, ສູນບໍລິການຄະນະກຳມະການການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕ່ນຂອງຈີນ-ລາວຖະໜົນອາຊຽນບໍ່ຫານສິບສອງພັນນາ, ວິທີການປະກອບເອກະສານແມ່ນເຮັດທາງອິນເຕີເນັດ.

ມາຈາກ:ໜັງສືພິມລາຍວັນຄຸນໝິງ

ນັກຂ່າວ: ອູເຈີຍ