​ຈີນ​​ມີ​ທ່າ​ທີ​ຮັບ​ຜິດ​ຊອບ​ຕໍ່​ກັບ​ວຽກ​ງານສຳຫຼວດ​ແຫຼ່ງ​ກຳ​ເນີດ​ຕະຫຼອດ​ມາ

CRI, May 28, 2021
Size:

    ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ຈັດຂຶ້ນໃນວັນທີ 26 ພຶດສະພານີ້ວ່າ: ບາງຄົນຢູ່ອາເມຣິກາ ໄດ້ສຸມຫົວຄິດເພື່ອປ່າວຂ່າວທີ່ມີກົນອຸບາຍແລະຂ່າວປອມ ເຊັ່ນ: ໄວຣັດໂຄວິດ-19 ແມ່ນຮົ່ວອອກມາຈາກຫ້ອງທົດລອງຂອງຈີນເປັນຕົ້ນ, ນີ້ເປັນການບໍ່ເຄົາລົບຕໍ່ຈິດໃຈວິທະຍາສາດ ແລະ ຜົນການຄົ້ນຄວ້າຂອງຄະນະຜູ້ຊ່ຽວຊານອົງການອະນາໄມໂລກທີ່ສຸດ, ຍິ່ງເປັນການດູຖູກ ແລະ ທຳລາຍຄວາມສາມັກຄີ ແລະ ຄວາມພະຍາຍາມຂອງໂລກໃນການຕໍ່ຕ້ານພະຍາດນຳອີກ.

    ທ່ານ ຈ້າວລີ້ຈ່ຽນ ຊີ້ໃຫ້ເຫັນວ່າ: ການສຳຫຼວດແຫຼ່ງກຳເນີດຂອງໄວຣັດໂຄວິດ-19 ແມ່ນບັນຫາວິທະຍາສາດ ເຊິ່ງມີຈຸດປະສົງເພື່ອເພີ່ມຄວາມຮັບຮູ້ຂອງມວນມະນຸດຕໍ່ໄວຣັດ, ປ້ອງກັນບໍ່ໃຫ້ເກີດມີພະຍາດຕິດແປດທີ່ອາດຈະເກີດຂຶ້ນໃນອະນາຄົດນັ້ນໃຫ້ໄດ້ດີກວ່າເກົ່າ. ນັບແຕ່ເກີດມີພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ນຳໜ້າໝູ່ສະໜັບສະໜູນອົງການອະນາໄມໂລກເພື່ອດຳເນີນວຽກງານສຳຫຼວດແຫຼ່ງກຳເນີດໃນທົ່ວໂລກ.

    ທ່ານ ຈ້າວລີ້ຈ່ຽນ ຍັງກ່າວເນັ້ນໜັກວ່າ: ບາງຄົນຢູ່ອາເມຣິກາໄດ້ເວົ້າແຕ່ປາກວ່າ ນີ້ກໍເພື່ອຢາກຊອກຫາສະພາບຄວາມເປັນຈິງ, ແຕ່ໃນໃຈ ພັດແມ່ນການຫຼິ້ນກົນອຸບາຍດ້ານການເມືອງເທົ່ານັ້ນ. ຍາມໃດທີ່ກ່າວເຖິງສະພາບພະຍາດ ກໍຕ້ອງໃສ່ຮ້າຍປ້າຍສີຕໍ່ປະເທດຈີນໃນຍາມນັ້ນ ໂດຍບໍ່ສົນໃຈວ່າ ປະເທດຕົນຍັງມີຫຼາຍດ້ານທີ່ໜ້າສົງໄສໃນການສຳຫຼວດແຫຼ່ງກຳເນີດ ທັງບໍ່ສົນໃຈນຳຄວາມຫຼົ້ມເຫຼວໃນການຕ້ານກັບພະຍາດ ເຊິ່ງເປັນສະພາບຄວາມເປັນຈິງທີ່ໜ້າເຈັບແສບຂອງປະເທດອາເມຣິກາ. ຫາກອາເມຣິກາຢາກເຮັດການສຳຫຼວດຢ່າງໂປ່ງໃສແທ້ໆ ກໍຄວນເຮັດຄືກັບປະເທດຈີນ ທີ່ເຊື້ອເຊີນຜູ້ຊ່ຽວຊານຂອງອົງການອະນາໄມໂລກໄປດຳເນີນການສຳຫຼວດຢູ່ປະເທດຕົນ, ເປີດປະຕູຖານຜະລິດເດີຕຣິກຂອງກອງທັບ ພ້ອມດ້ວຍຫ້ອງທົດລອງຊີວະພາບຂອງຕົນທີ່ມີຢູ່ທົ່ວໂລກໂດຍໄວ ທັງເປີດເຜີຍຕົວເລກແລະຂໍ້ມູນຂ່າວສານທີ່ລະອຽດຈະແຈ້ງກ່ຽວກັບຄົນເຈັບທີ່ເປັນພະຍາດລະບົບຫາຍໃຈໂດຍບໍ່ຮູ້ສາເຫດທີ່ເລີ່ມເກີດຂຶ້ນຢູ່ພາກເໜືອຂອງລັດເວີຈີເນຍໃນເດືອນກໍລະກົດປີ 2019 ນັ້ນໂດຍໄວ.