ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະ​ຊຸມ​ຕຸ​ລາ​ການໂລກວ່າ​ດ້ວຍ​​ສິ່ງ​ແວດ​ລ້ອມ

CRI, May 27, 2021
Size:

ວັນທີ 26 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມຕຸລາການໂລກວ່າດ້ວຍສິ່ງແວດລ້ອມ.

ທ່ານສີຈິ້ນຜິງຊີ້ອອກວ່າ: ໜ່ວຍໂລກແມ່ນບ້ານເມືອງຮ່ວມກັນຂອງພວກເຮົາ. ປະເທດຕ່າງໆໃນໂລກຄວນຮ່ວມແຮງຮ່ວມໃຈກັນ, ເລັ່ງດຳເນີນການເຄື່ອນໄຫວ, ຮ່ວມກັນສ້າງບ້ານເມືອງທີ່ສວຍງາມທີ່ມະນຸດແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ຈີນຍຶດໝັ້ນແນວຄວາມຄິດໃໝ່ດ້ານການພັດທະນາ ທີ່ປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດກວ້າງ ແລະ ຊົມໃຊ້ຮ່ວມກັນ, ເພີ່ມທະວີການອະນຸລັກສິ່ງແວດລ້ອມນິເວດຢ່າງຮອບດ້ານ, ຕັ້ງໜ້າເຂົ້າຮ່ວມການຮ່ວມມືໃນການສ້າງສາສິວິໄລດ້ານນິເວດຂອງໂລກ. ຈີນໄດ້ລົງເລິກການປະຕິຮູບແລະການປະດິດສ້າງໃໝ່ດ້ານຕຸລາການວ່າດ້ວຍສິ່ງແວດລ້ອມຢ່າງຕໍ່ເນື່ອງ ເຊິ່ງໄດ້ສະສົມບົດຮຽນທີ່ດີໃນການອະນຸລັກສິ່ງແວດລ້ອມດ້ວຍຕຸລາການ. ຈີນຍິນດີຮ່ວມມືກັບປະເທດຕ່າງໆໃນໂລກແລະອົງການຈັດຕັ້ງສາກົນ, ຮ່ວມກັນຊຸກຍູ້ການປົວແປງສິ່ງແວດລ້ອມນິເວດຂອງໂລກ.

ກອງປະຊຸມຕຸລາການໂລກວ່າດ້ວຍສິ່ງແວດລ້ອມໄດ້ຈັດຂຶ້ນຢູ່ນະຄອນຄຸນມິງແຂວຢຸນນານຈີນໃນວັນທີ 26 ພຶດສະພານີ້ ໂດຍມີຫົວຂໍ້ວ່າ “ເສີມຂະຫຍາຍບົດບາດຂອງຕຸລາການ ເພື່ອຊຸກຍູ້ຄວາມສິວິໄລດ້ານນິເວດ: ຮ່ວມກັນສ້າງປະຊາຄົມຮ່ວມຊີວິດຂອງໜ່ວຍໂລກ”. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍສານປະຊາຊົນສູງສຸດຂອງຈີນແລະໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດ.