ຈີນຈະ​ສືບ​ຕໍ່​ຊຸກ​ຍູ້​ການປົກ​ປ້ອງ​​ຄວາມ​ປອດ​ໄພ​ຂອງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ

CRI, May 27, 2021
Size:

    ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 25 ພຶດສະພານີ້ວ່າ: ໃນຖານະທີ່ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທັງເປັນປະເທດທີ່ສົ່ງທະຫານຮັກສາສັນຕິພາບຫຼາຍທີ່ສຸດໃນ 5 ປະເທດສະມາຊິກຖາວອນ ແລະ ປະທານຂອງຈຸໝູ່ເພື່ອນດ້ານຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບ, ຈີນຈະສືບຕໍ່ຢູ່ຄຽງຂ້າງກັບບັນດາຝ່າຍ ເພື່ອຊຸກຍູ້ການປ້ອງກັນຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບໃຫ້ດີກວ່າເກົ່າ ທັງເສີມຂະຫຍາຍບົດບາດອັນສຳຄັນຂອງການເຄື່ອນໄຫວຮັກສາສັນຕິພາບທີ່ມີຕໍ່ການປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງຂອງສາກົນໃຫ້ດີກວ່າເກົ່າ.

    ຕາມຂ່າວແຈ້ງວ່າ, ໃນກອງປະຊຸມອະພິປາຍແບບເປີດເຜີຍກ່ຽວກັບຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບຂອງສະພາຄວາມໝັ້ນຄົງ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 25 ພຶດສະພາຕາມເວລາປັກກິ່ງ, ສະມາຊິກສະພາຄວາມໝັ້ນຄົງ ໄດ້ເປັນເອກະພາບກັນຮັບຮອງຖະແຫຼງການປະທານກ່ຽວກັບບັນຫາຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບທີ່ສະເໜີໂດຍຝ່າຍຈີນ.

    ທ່ານ ຈ້າວລີ້ຈ່ຽນ ກ່າວຕື່ມວ່າ: ຍ້ອນການເອົາໃຈໃສ່ຊຸກຍູ້ຢ່າງຕັ້ງໜ້າຂອງຈີນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ປຶກສາຫາລືກັນ ແລ້ວເຫັນດີເປັນເອກະພາບກັນຮັບຮອງເອົາຖະແຫຼງການປະທານທີ່ຮ່າງຂຶ້ນໂດຍຝ່າຍຈີນ ເຊິ່ງໄດ້ສະເໜີຄວາມຮຽກຮ້ອງໃໝ່ຢ່າງຈະແຈ້ງໃນດ້ານຕ່າງໆ ເຊັ່ນ: ເຮັດໃຫ້ສະພາຄວາມໝັ້ນຄົງຄົ້ນຄວ້າພິຈາລະນາບັນຫາຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບນັ້ນ ໃຫ້ເປັນປົກກະຕິແລະຫັນເປັນກົນໄກ, ການສັກວັກຊີນໃຫ້ເຈົ້າໜ້າທີ່ຮັກສາສັນຕິພາບ, ການນຳໃຊ້ເຕັກນິກໃໝ່ເພື່ອປົກປ້ອງຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບ ແລະດ້ານອື່ນໆ, ໂດຍໄດ້ກາຍເປັນເອກະສານຊີ້ນຳນຳພາອີກສະບັບໜຶ່ງໃນຂົງເຂດຄວາມປອດໄພຂອງເຈົ້າໜ້າທີ່ຮັກສາສັນຕິພາບ.