ນັກຂ່າວຕ່າງປະເທດປະຈຳ ສປ ຈີນຊົມເຊີຍສູນບໍລິການສັງລວມຂອງເຂດຄຸນໝິງ ເຂດທົດລອງການຄ້າເສລີແຂວງຢຸນນານຂອງຈີນ

Yunnan Gateway, May 26, 2021
Size:


ວັນທີ 18 ເດືອນພຶດສະພາ, ນັກຂ່າວຕ່າງປະເທດປະຈຳ ສປ ຈີນມາຮອດສູນບໍລິການສັງລວມຂອງເຂດຄຸນໝິງ ເຂດທົດລອງການຄ້າເສລີແຂວງຢຸນນານຂອງຈີນ. ຕາມການແນະນຳ, ສູນບໍລິການສັງລວມອາໄສເຕັກນິກໃໝ່ຕ່າງໆ,ສຸມກຳລັງແຮງສະໜອງການບໍລິການແບບ ອັດສະລິຍະ ສະບາຍ ສະດວກ ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ເພື່ອສະໜອງວິທີການຄຸ້ມຄອງແບບລະອຽດ ແລະ ອັດສະລິຍະໃຫ້ແກ່ພະແນກຄຸ້ມຄອງ, ປັບປຸງຄວາມສາມາດການບໍລິການຂອງສູນບໍລິການສັງລວມ.


ໃນເຂດບໍລິການດ້ວຍຕົນເອງ 24 ຊົ່ວໂມງ, ນັກຂ່າວໄດ້ພົບກັບ ທ່ານ ກ່າວ ທີ່ກຳລັງເອົາໃບອະນຸຍາດດຳເນີນທຸລະກິດ. ຕາມການແນະນຳ, ລາວກຽມເປີດບໍລິສັດແຫ່ງໜຶ່ງ, ລົງທະບຽນມື້ວານນີ້, ຕອນເຊົ້າມື້ນີ້ກໍໄດ້ຮັບແຈ້ງການໃຫ້ມາເອົາໄດ້, ທ່ານ ກ່າວ ໄດ້ເອົາບັດປະຈຳຕົວວາງໄວ້ເທິງເຄື່ອງຈັກບໍລິການ, ຜ່ານການສະແກນຮັບຮູ້ໃບໜ້າ, ພຽງແຕ່ 5 ວິນາທີ, ກໍສາມາດເອົາໃບອະນຸຍາດດຳເນີນທຸລະກິດໄດ້. ຫຼັງຈາກນັ້ນ, ພະນັກງານຍັງໄດ້ບອກໃຫ້ ທ່ານ ກ່າວ ໄປເອົາກາປະທັບຂອງບໍລິສັດໄດ້ໂດຍບໍ່ເສຍຄ່າ.


Phommouny phetsamone ຜູ້ສື່ຂ່າວສຳນັກຂ່າວປະເທດລາວຄິດວ່າ, ສູນບໍລິການສັງລວມມີການບໍລິການທີ່ມີປະສິດທິພາບສູງ ແລະ ສະດວກ, ສ້າງສະພາບແວດລ້ອມການຄ້າທີ່ດີ, “ຂ້ອຍຫວັງວ່າຜ່ານການສຳພາດ ແລະ ລາຍງານ, ຢາກໃຫ້ຄົນລາວອີກຫຼາຍຄົນຮັບຮູ້ຜົນສຳເລັດການໄຂປະຕູສູ່ພາຍນອກຂອງແຂວງຢຸນນານ, ຂ້ອຍກໍຈະແນະນຳວິສາຫະກິດຂອງປະເທດລາວເຂົ້າມາລົງທຶນແລະພັດທະນາທີ່ຢຸນນານ.”


ທ່ານ ເສີນສຽວຕ່ານ ຮອງຫົວໜ້າ ຄະນະເນື້ອໃນຂ່າວສານຂອງສູນການສື່ສານສາກົນໄຮນານເວົ້າວ່າ: “ສູນບໍລິການສັງລວມມີການບໍລິການແບບດິຈິຕອນ ແລະ ການບໍລິການຂອງພະນັກງານ ລວມໃນບ່ອນດຽວກັນ, ເພື່ອແບ່ງເບົາພາລະໃຫ້ວິສາຫະກິດ, ຊຸກຍູ້ວິສາຫະກິດໃຫ້ຍົກສູງປະສິດທິພາບ, ປະສົບການເຫຼົ່ານີ້ຂອງແຂວງຢຸນນານສາມາດເປັນແວ່ນແຍ່ງໃຫ້ແຂວງໄຮນານ.”


ຕໍ່ມາ, ບັນດານັກຂ່າວມາຮອດປ່ອງບໍລິການ “ໜຶ່ງລາຍການ ເອກະສານໜຶ່ງຊຸດ”. ຢູ່ທີ່ນີ້, ຜູ້ມາພົວພັນມີແຕ່ກຽມເອກະສານຊຸດໜຶ່ງ, ຂຽນໃບສະເໜີໜຶ່ງໃບກໍໄດ້ແລ້ວ, ໃນເມື່ອກ່ອນຕ້ອງປະກອບເອກະສານສີ່ຢ່າງ ແລະ ໄປປ່ອງບໍລິການສີ່ປ່ອງ,Asghar Muhammad ນັກຂ່າວຈາກສຳນັກຂ່າວສື່ສານຂອງປາກິສະຖານຮູ້ສຶກອັດສະຈັນໃຈຫຼາຍ.


ໃນເວລາການສຳພາດ, ເສີນມູ້ຢຸນ ຜູ້ມີຊື່ສຽງເທິງອິນເຕີເນັດຂອງປະເທດໄທໄດ້ພົບກັບພະນັກງານທີ່ເວົ້າພາສາໄທໄດ້, ເຮັດໃຫ້ນາງຮູ້ສຶກອຸ່ນໃຈຫຼາຍ.

ສຸດທ້າຍ, ພວກນັກຂ່າວຍັງເຂົ້າຊົມອະພາດເມັ້ນຂອງບຸກຄະລາກອນ ທີ່ເຂດຄຸນໝິງ ເຂດທົດລອງການຄ້າເສລີແຂວງຢຸນນານຂອງຈີນ.

ມາຈາກ:ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ:ຕວ້ນຈ້ຽນຊິນ ຫຼີິ້ເວິນຈຸນ