ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຢູ່​ໄທ​ມີ​ເຖິງ 2.713 ກໍ​ລະ​ນີ

CRI, May 25, 2021
Size:

ວັນທີ 24 ພຶດສະພານີ້, ສູນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄທກ່າວວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຢູ່ໄທໃນມື້ທີ່ຜ່ານມາມີເຖິງ 2.713 ກໍລະນີ, ໃນນັ້ນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມໝູ່ຢູ່ໃນຄຸກມີເຖິງ 206 ກໍລະນີ, ຈຳນວນຜູ້ຖືກບົ່ງມະຕິທັງໝົດມີເຖິງ 132.213 ກໍລະນີ; ຈຳນວນຜູ້ເສຍຊີວິດທີ່ເພີ່ມໃໝ່ມີເຖິງ 30 ກໍລະນີ, ລວມທັງໝົດມີເຖິງ 806 ກໍລະນີ.