ໜ່ວຍ​ຊ່ຽວ​ຊານ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ຈີນເດີນ​ທາງ​ກັບ​ຄືນ​ປະ​ເທດ​ຫຼັງ​ເຮັດ​ສຳ​ເລັດ​ໜ້າ​ທີ່​ຢູ່ປະ​ເທດ​ລາວ

CRI, May 24, 2021
Size:

ຫຼັງຈາກໄດ້ເຮັດສຳເລັດໜ້າທີ່ແລ້ວ, ໜ່ວຍຊ່ຽວຊານການແພດຕ້ານພະຍາດໂຄວິດ-19 ທີ່ຈີນສົ່ງໄປຊ່ວຍເຫຼືອປະເທດລາວນັ້ນ ໄດ້ເດີນທາງກັບຄືນປະເທດຈີນໃນຕອນບ່າຍວັນທີ 18 ພຶດສະພານີ້.

ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳວ່າ, ໂດຍຕອບສະໜອງຕາມຄຳຮ້ອງຂໍຂອງລັດຖະບານລາວ, ຈີນໄດ້ສົ່ງໜ່ວຍຊ່ຽວຊານຕ້ານພະຍາດໂຄວິດ-19 ໄປປະເທດລາວອີກຄັ້ງໜຶ່ງເຊິ່ງເລີ່ມແຕ່ວັນທີ 4 ຫາວັນທີ 18 ພຶດສະພານີ້. ໃນໄລຍະຢູ່ປະເທດລາວ, ຜູ້ຊ່ຽວຊານຈີນໄດ້ສ້າງກົນໄກຮ່ວມມືແລະປະສານງານກັບຝ່າຍລາວ, ໄດ້ໄປເຄື່ອນໄຫວເຮັດວຽກຢູ່ 5 ແຂວງແລະນະຄອນຂອງລາວເພື່ອດຳເນີນການສຳຫຼວດແລະຄົ້ນຄວ້າ, ຊ່ວຍຝ່າຍລາວປັບປຸງກົນໄກປ້ອງກັນຄວບຄຸມແລະສ້າງລະບຽບການປິ່ນປົວໃຫ້ສົມບູນຂຶ້ນ, ເຊິ່ງໄດ້ຮັບຄວາມຍ້ອງຍໍໃນລະດັບສູງຈາກຝ່າຍລາວ, ຂໍ້ສະເໜີທີ່ກ່ຽວຂ້ອງກໍ່ໄດ້ຖືກຝ່າຍລາວນຳໄປຈັດຕັ້ງປະຕິບັດຢ່າງຕັ້ງໜ້າ.

ທ່ານຈ້າວລີ້ຈ່ຽນກ່າວວ່າ, ປີນີ້ແມ່ນປີທີ່ຈີນກັບລາວສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ທັງເປັນປີມິດຕະພາບຈີນ-ລາວ, ການທີ່ປະເທດຈີນສົ່ງໜ່ວຍຊ່ຽວຊານໄປປະເທດລາວຢ່າງຮີບດ່ວນ, ເປັນການສະແດງໃຫ້ເຫັນເຖິງຈິດໃຈປະຊາຄົມຮ່ວມຊາຕາກຳຈີນ-ລາວ ທີ່ຮ່ວມທຸກຮ່ວມສຸກ, ເອົາໃຈໃສ່ແລະຊ່ວຍເຫຼືອເຊິ່ງກັນແລະກັນອີກຄັ້ງໜຶ່ງ. ຈີນຈະປະຕິບັດຕາມແນວຄິດແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ໃຫ້ການສະໜັບສະໜູນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແກ່ປະເທດລາວແລະປະເທດອື່ນໆໃນພາກພື້ນແຫ່ງນີ້ ຕາມຄວາມສາມາດຂອງຕົນ, ເພື່ອເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄວ.