ສຳ​ນັກ​ງານວຽກ​ງານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ UN ກ່າວ​ວ່າ: ທ່ານ ຢວນ​ຫຼົງ​ຜິງ ແມ່ນ​ວິ​ລະ​ຊົນ​ດ້ານ​ທັນ​ຍາ​ຫານ​ທີ່​ແທ້​​ຈິງ

CRI, May 24, 2021
Size:

ວັນທີ 22 ພຶດສະພານີ້ຕາມເວລາທ້ອງຖິ່ນ, ສຳນັກງານວຽກງານເສດຖະກິດສັງຄົມຂອງອົງການສະຫະປະຊາຊາດຫຼື UN ໄດ້ເຜີຍແຜ່ບົດຄວາມເພື່ອສະແດງຄວາມໄວ້ອາໄລຕໍ່ທ່ານ ຢວນຫຼົງຜິງ ຜູ້ຊ່ຽວຊານດ້ານເຂົ້ານາພັນປະສົມຂອງຈີນໂດຍກ່າວວ່າ: ເຂົ້ານາພັນປະສົມທີ່ທ່ານ ຢວນຫຼົງຜິງ ຄົ້ນຄວ້າຜະລິດໄດ້ເຮັດໃຫ້ຫຼາຍລ້ານຄົນປາສະຈາກຄວາມອຶດຫິວ, ທ່ານເປັນ “ວິລະຊົນດ້ານທັນຍາຫານທີ່ແທ້ຈິງ”. ເຖິງວ່າທ່ານໄດ້ເຖິງແກ່ມໍລະນະກຳໄປເສຍແລ້ວກໍຕາມ, ແຕ່ຊັບສິນທີ່ທ່ານສ້າງຂຶ້ນກໍຄືພາລະກຳທີ່ສິ້ນສຸດຄວາມອຶດຫິວນັ້ນຈະສືບຕໍ່ດຳເນີນໄປ.

    ທ່ານ ຢວນຫຼົງຜິງ ແມ່ນຜູ້ປະດິດສ້າງແລະຜູ້ນຳໜ້າໃນຂົງເຂດການຄົ້ນຄວ້າເຂົ້ານາພັນປະສົມຂອງຈີນ, ແມ່ນ “ບິດາແຫ່ງເຂົ້ານາພັນປະສົມ” ທີ່ມີຊື່ສຽງໂດ່ງດັງໃນໂລກ. ໃນຫຼາຍສິບປີຜ່ານມາ, ທ່ານບໍ່ຢ້ານຄວາມລຳບາກ,ປະດິດສ້າງໃໝ່ຢ່າງມີຄວາມກ້າຫານ,ໝາກຜົນການຄົ້ນຄວ້າວິທະຍາສາດທີ່ທ່ານໄດ້ຮັບນັ້ນໄດ້ເຮັດໃຫ້ການຄົ້ນຄວ້າເຂົ້ານາພັນປະສົມຂອງຈີນຢືນຢູ່ຖານະນຳໜ້າໃນໂລກຕະຫຼອດໄລຍະ 30 ກວ່າປີຜ່ານມາ, ພາຍຫຼັງໄດ້ເຜີຍແຜ່ແລະນຳໃຊ້ຢ່າງທົ່ວເຖິງແລ້ວບໍ່ພຽງແຕ່ໄດ້ແກ້ໄຂບັນຫາຫຍຸ້ງຍາກການກຸ້ມຕົນເອງດ້ານສະບຽງອາຫານຂອງຈີນເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນອັນພົ້ນເດັ່ນເຂົ້າໃນຄວາມປອດໄພດ້ານສະບຽງອາຫານຂອງໂລກອີກດ້ວຍ.