ທ່ານຢວນ​ລົງ​ຜິງ“ບິ​ດາ​ເຂົ້າ​ນາ​ພັນ​ປະ​ສົມ” ມໍ​ລະ​ນະ​ກຳ

CRI, May 24, 2021
Size:

ທ່ານຢວນລົງຜິງ“ບິດາເຂົ້ານາພັນປະສົມ” ມໍລະນະກຳ_fororder_微信图片_20210522145907 

ທ່ານຢວນລົງຜິງທີ່ມີສົມຍານາມວ່າ“ບິດາເຂົ້ານາພັນປະສົມ”, ບັນດິດສະຖາບັນວິສະວະກຳຈີນ, ຜູ້ໄດ້ຮັບຫຼຽນໄຊແຫ່ງສປຈີນໄດ້ມໍລະນະກຳແລ້ວໃນເວລາ 13 ໂມງ 7 ນາທີຂອງວັນທີ 22 ພຶດສະພານີ້ຢູ່ນະຄອນສາງຊ່າແຂວງຫູນານ ສປ ຈີນ, ລວມອາຍຸໄດ້ 91 ປີ.  ທ່ານຢວນລົງຜິງເປັນຜູ້ບຸກເບີກຄົ້ນຄວ້າແລະພັດທະນາເຂົ້ານາພັນປະສົມຂອງຈີນທັງເປັນນັກວິທະຍາສາດຜູ້ທຳອິດທີ່ໄດ້ນຳໃຊ້ທ່າແຮງດ້ານເຂົ້ານາພັນປະສົມຢ່າງສຳເລັດຜົນ,ຈິ່ງໄດ້ຮັບສົມຍານາມວ່າ“ບິດາເຂົ້ານາພັນປະສົມ”

ທ່ານຢວນລົງຜິງເຄີຍກ່າວວ່າ: “ສິ່ງທີ່ຂ້າພະເຈົ້າສະແຫວງຫາໃນຕະຫຼອດຊີວິດນັ້ນກໍແມ່ນໃຫ້ທຸກຄົນສາມາດຫ່າງໄກຈາກຄວາມອຶດຫິວ.”ແລະທ່ານເອງກໍໄດ້ທຸ້ມເທເວລາຕະຫຼອດຊີວິດເຂົ້າໃນການປະຕິບັດຕາມຄຳໝັ້ນສັນຍາຂອງຕົນຢ່າງແທ້ຈິງ.